ລ້ານຊ້າງປະກັນໄພ

ລ້ານຊ້າງ ປະກັນໄພ

ປະຫວັດການຂອງພວກເຮົາ

ບໍລິສັດ ປະກັນໄພ ລ້ານຊ້າງ ມະຫາຊົນ (LAP) ໄດ້ສ້າງຕັ້ງຂຶ້ນ ເມື່ອວັນທີ 11/10/2010, ບົນພື້ນຖານການຮ່ວມມື, ຮ່ວມທຶນລະຫວ່າງ ສ.ປ.ປ ລາວ ເຊິ່ງຕາງໜ້າໂດຍ ທະນາຄານ ພັດທະນາລາວ (ທພລ) ຮ່ວມກັບ ສ.ສ ຫວຽດນາມ ເຊິ່ງຕາງໜ້າໂດຍ ກຸ່ມບໍລິສັດ ຮຸ້ນສ່ວນປະກັນໄພໄປສະນີ (PTI). ພວກເຮົາໂຊກດີຫຼາຍທີ່ໄດ້ຮັບການ ຖ່າຍທອດປະສົບການຈາກບໍລິສັດ PTI - ເຊິ່ງເປັນໜຶ່ງໃນ 03 ບໍລິສັດປະກັນໄພຊັ້ນນໍາ ຂອງປະເທດຫວຽດນາມ, ລວມໄປເຖິງການສະໜັບສະໜູນທີ່ແຂງແກ່ນຈາກ ທພລ ເຊິ່ງເປັນ ທະນາຄານຂະໜາດໃຫ່ຍ ແລະ ມີເຄືອຂ່າຍທີ່ໃຫ່ຍທີ່ສຸດໃນ ປະເທດລາວ, ສ້າງພື້ນຖານທີ່ໝັ້ນຄົງໃຫ້ແກ່ ການພັດທະນາ.

ຕະຫຼອດໄລຍະເວລາ 05 ປີທີ່ຜ່ານມາ, ພວກເຮົາໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຍາດໄດ້ ຈຸດຢືນທີ່ໝັ້ນຄົງໃນຕະຫຼາດປະກັນໄພໃນ ປະເທດລາວ. ອີງຕາມສະຖິຕິຂອງສະມາຄົມປະກັນໄພ ແຫ່ງ ປະເທດລາວ, ປັດຈຸບັນນີ້ LAP ຖືກຈັດຢູ່ອັນດັບທີ 04 ໃນສ່ວນແບ່ງຕະຫຼາດປະກັນໄພຕົ້ນ ແລະ ເປັນໜຶ່ງໃນບັນດາ ບໍລິສັດປະກັນໄພ ທີ່ມີອັດຕາການຂະຫຍາຍຕົວ ສະເລ່ຍສູງສຸດ ໃນຕະຫຼາດປະກັນໄພ (ສະເລ່ຍຢູ່ທີ່ 40% - 50%).

ຂອບເຂດການດໍາເນີນທຸລະກິດ

ເພື່ອຕອບສະໜອງຕາມ ຄວາມຕ້ອງການຂອງ ລູກຄ້າໃຫ້ດີທີ່ສຸດ, LAP ໄດ້ສ້າງ ແລະ ພັດທະນາ ຜະລິດຕະພັນປະກັນໄພ ຫຼາຍກວ່າ 100 ຜະລິດຕະພັນ, ໂດຍໃຫ້ ຄວາມສໍາຄັນກັບ ບັນດາຂົງເຂດປະກັນໄພ ດັ່ງຕໍ່ໄປນີ້:

KX ປະກັນໄພ ໃຫ້ບໍລິການປະກັນໄພຂອງ ເອພີເອ ປະກັນໄພ ຫລາກຫລາຍປະກັນໄພໃຫ້ທ່ານເລືອກ