ເອັສທີ ເມືອງໄທ ປະກັນໄພ

ເອັສທີ ເມືອງໄທ ປະກັນໄພ

ພວກເຮົາແມ່ນບໍລິສັດປະກັນໄພລະດັບສາກົນທີດຳເນີນທຸລະກິດໃນ ສປປ ລາວ ເຊີ່ງໃຫ້ບໍລິການທັງ ປະກັນຊີວິດ ແລະ ປະກັນໄພທົ່ວໄປ ເພື່ອຈຸດປະສົງທີ່ຈະ ເປັນບໍລິສັດຊັ້ນນຳໃນການໃຫ້ບໍລິການປະກັນໄພ, ສະເໜີການຂາຍແບບມືອາຊີບ ແລະ ໃຫ້ບໍລິການປະກັນໄພຢ່າງມີຄຸນນະພາບ

ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈຳກັດ ເປີດໃຫ້ບໍລິການໃນເດືອນ ສິງຫາ 2016:

  1. ໃບອະນຸຍາດລົງທຶນ ເລກທີ 002-16/ຜທ.ລທ3 ລົງວັນທີ 09 ກຸມພາ 2016, ອອກໃຫ້ໂດຍ ກະຊວງແຜນການແລະການລົງທຶນ.
  2. ໃບອະນຸຍາດດຳເນີນທຸລະກິດປະກັນຊີວິດ ເລກທີ 0882/ກງ.ຄລພ.
  3. ໃບອະນຸຍາດດຳເນີນທຸລະກິດປະກັນໄພທົ່ວໄປ ເລກທີ 0882/ກງ.ຄລພ ລົງວັນທີ 14 ກໍລະກົດ 2016, ອອກໃຫ້ໂດຍກະຊວງການເງິນ.

ບໍລິສັດ ເອັສທີເມືອງໄທ ປະກັນໄພ ແມ່ນບໍລິສັດຮ່ວມທຶນກັນລະຫວ່າງ ບໍລິສັດ ເອັສທີກຣຸບ ຈຳກັດ 70%​ (ສປປ ລາວ) ແລະ ບໍລິສັດ ເມືອງໄທປະກັນຊີວິດ ມະຫາຊົນ, ບໍລິສັດ ເມືອງໄທປະກັນໄພ ມະຫາຊົນ 30% (ປະເທດໄທ), ດ້ວຍທຶນຈົດທະບຽນ 4 ລ້ານໂດລາສະຫາລັດ.

KX ປະກັນໄພ ໃຫ້ບໍລິການປະກັນໄພຂອງເອັສທີ ເມືອງໄທ ປະກັນໄພ ຫລາກຫລາຍປະກັນໄພໃຫ້ທ່ານເລືອກ