ບົດຄວາມປະກັນໄພ

ໂບຼກເກີ ກັບ ບໍລິສັດປະກັນໄພ ຕໍ່ປະກັນກັບໃຜດີ

ໂບຼກເກີ VS ບໍລິສັດປະກັນໄພ ການຊື້ປະກັນໄພລົດດຽວນີ້, ພວກເຮົາບໍ່ຈຳເປັນຕ້ອງເຂົ້າຫາບໍລິສັດປະກັນໄພຄືໃນອະດີດ ເພາະວ່າ ຕອນນີ້ມີການເຮັດປະກັນໄພລົດຜ່ານຊ່ອງທາງ online ຊ່ວຍປະຢັດເວລາ ປະຫຍັດຄ່າໃຊ້ຈ່າຍ ແຖມກັບສະດວກສະບາຍກວ່າເກົ່າ ບໍ່ຈຳ ເປັນຕ້ອງຕິດຕໍ່ກັບບໍລິສັດປະກັນໄພໂດຍກົງຄືທີ່ຜ່ານໆມາ ຊື່ງການເຮັດປະກັນໄພ online ຫຼື ການເຮັດແບບຜ່ານເວັບໄຊທ໌ ຂອງບໍລິສັດປະກັນໄພ ປະກັນໄພໂດຍຕົງຢ່າງມິດແທ້ ກັບການ ຄຸ້ມຄອງທີ່ຜ່ານໂບຼກເກີ ເຊິ່ງຫຼາຍຄົນອາດຈະສົງໃສ ເມື່ອມີເວບໄຊທ໌ຂອງບໍລິສັດປະກັນໄພໃຫ້ພວກເຮົາເຮັດປະກັນໄພແບບນີ້ ເປັນຫຍັງຂ້ອຍຕ້ອງຕິດຕໍ່ໂບຼກເກີໃຫ້ເສຍຄ່າບໍລິການເພີ່ມເຮັດຫັຍງ ການໄດ້ຮັບປະກັນໄພໂດຍກົງຜ່ານບໍລິສັດປະກັນໄພມັນດີກວ່າຢູ່ແລ້ວ ນີ້ແມ່ນຄວາມເຂົ້າໃຈຜິດຂອງຫຼາຍໆຄົນ. ເຊິ່ງມື້ນີ້ພວກເຮົາຈະມາຊີ້ແຈງເຊິ່ງກັນ ແລະ ກັນເພື່ອເບິ່ງວ່າ ເຮັດປະກັນໄພຜ່ານບໍລິສັດປະກັນ ຫຼື ໂບຼກເກີ ອັນໃດທີ່ດີກວ່າ ໂບຼກເກີ ແມ່ນຫຍັງ? ມີໜ້າທີ່ຕ້ອງເຮັດຫັຍງແດ່ ໂບຼກເກີປະກັນໄພ ແມ່ນນາຍໜ້າປະກັນໄພນັ້ນແຫລະ ຊື່ງຄົນທີ່ຈະມາເປັນໂບຼກເກີ ຕ້ອງມີຄວາມຮູ້ກ່ຽວກັບປະກັນໄພລົດພໍສົມຄວນ ຮູ້ວ່າການປະກັນໄພແຕ່ລະອັນແມ່ນຫຍັງ ແຕກຕ່າງຈາກໂຕອື່ນແນວໃດລາຄາເທົ່າໃດ, ແລະ ເໝາະ ສົມກັບໃຜ? ເພື່ອໃຫ້ສາມາດໃຫ້ຂໍ້ມູນແກ່ລູກຄ້າຜູ້ທີ່ຈະມາເຮັດປະກັນໄພ ແລະ ສາມາດໃຫ້ ຄຳແນະນຳ ແລະ ປຶກສາໃນເວລາດຽວກັນ ໂດຍ ໂບຼກເກີ ບໍ່ແມ່ນພຽງແຕ່ຂາຍປະກັນໄພໃຫ້ຈົບໄປເທົ່ານັ້ນ ແລະ […]

7 ສິ່ງທີ່ທ່ານຕ້ອງເຮັດໃນທັນທີທີ່ລົດຂອງທ່ານເກີດອຸປະຕິເຫດ

ສິ່ງທີ່ທ່ານຕ້ອງເຮັດໃນທັນທີທີ່ລົດຂອງທ່ານເກີດອຸປະຕິເຫດ ເມື່ອທ່ານເກີດອຸປະຕິເຫດ, ຄົນສ່ວນຫຼາຍມັກຈະຕົກໃຈຂາດສະຕິ. ເພາະວ່າເຫດການແບບນີ້ບໍ່ໄດ້ເກີດຂື້ນເລື້ອຍໆ. ເຮັດໃຫ້ເຮົາອາດຈະຮັບມືບໍ່ທັນ, ບໍ່ຮູ້ວິທີການປະຕິບັດໃນເວລາທີ່ລົດເກີດອຸປະຕິເຫດບາງຄົນຮູ້ວ່າຕ້ອງມີການປະກັນໄພ. ແຕ່ສຸດທ້າຍ, ລາຮູ້ສຶກກັງວົນໃຈ ແລະ ບໍ່ສາມາດຊອກເບີໂທປະກັນໄພ ເພາະສະນັ້ນເພື່ອເປັນການເຕືອນສະຕິເພື່ອສາມາດຮັບມືກັບສະຖານະການຂອງລົດທີ່ເກີດອຸບັດຕິເຫດພວກເຮົາມີ 7 ວິທີທີ່ດີທີ່ຕ້ອງໄດ້ປະຕິບັດໃນເວລາທີ່ລົດເກີດອຸປະຕິເຫດມາຝາກກັນ ຢຸດລົດທັນທີ, ຢ່າຝືນທີ່ຈະຂັບຕໍ່. ເມື່ອຮູ້ວ່າລົດໄດ້ຖືກຕຳເກີດອຸປະຕິເຫດແລ້ວ ຢ່າພະຍາຍາມຂັບລົດອີກຕໍ່ໄປ, ໃຫ້ທ່ານຢຸດທັນທີ ຢ່າຝືນທີ່ຈະຂັບຕໍ່ ຈາກບ່ອນທີ່ພວກເຮົາເກີດອຸປະຕິເຫດ ຈາກເປັນຝ່າຍຖືກຢຸ່ດີໆຈະຖືກໂທດຖານຕຳແລ້ວໜີໄດ້ ໃຫ້ຢຸດລົດ ແລະ ໂທຫານາຍໜ້າໂບຼກເກີປະກັນໄພໃຫ້ມາເຄມປະກັນໃຫ້ເຮົາເພື່ອບໍ່ໃຫ້ເກີດເລື່ອງຫຼາຍກວ່າເກົ່າ ສຳລັບຜູ້ຍິງທີ່ຂັບຂີ່ຄົນດຽວທີ່ເກີດອຸປະຕິເຫດໃນເວລາກາງຄືນແລະສົງໄສວ່າຄູ່ກໍລະນີອາດເປັນວິສາອາຊີບບໍ່ ແມ່ນບໍ່ໃຫ້ລົງຈາກລົດໃຫ້ເປີດແວນລົດໜ້ອຍໜຶ່ງ ເພື່ອລົມກັບລາວແທນ ເຈົ້າບໍ່ຕ້ອງອອກຈາກລົດ. ຫຼັງຈາກນັ້ນ, ໂທຫາປະກັນໄພຫຼືໂທຫາ ຕຳ ຫຼວດ. ສະນັ້ນຢ່າງໜ້ອຍ ຈະມີຄົນຊ່ວຍເຫຼືອ ແລະ ໄກ່ເກ່ຍ ແລະ ກຳຈັດຄວາມວຸ້ນວາຍນັ້ນເອງ ມີສະຕິ ແລະ ຢູ່ກັບຕົວເອງ. ແນ່ນອນວ່າບໍ່ມີໃຜຢາກໃຫ້ລົດເກີດອຸປະຕິເຫດຢູ່ແລ້ວ ເພາະວ່າເມື່ອເກີດອຸບັດຕິເຫດ ເທົ່າກັບຕ້ອງເສຍເວລາ ເຊິ່ງຕ້ອງໄດ້ລໍຖ້າໃຫ້ນາຍໜ້າໂບຼກເກີປະກັນໄພອອກໃບເຄມໃຫ້ເຊິ່ງຕ້ອງໄດ້ເອົາລົດເຂົ້າໄປອູ່ສ້ອມແປງຂໍເຄມປະກັນໄພອີກ ສະນັ້ນຈະອາລົມຮ້ອນເມື່ອລົດເກີດອຸປະຕິເຫດກໍ່ບໍ່ແມ່ນເລື່ອງແປກ. ແຕ່ຢ່າລືມວ່າອຸບັດຕິເຫດແມ່ນສິ່ງທີ່ບໍ່ມີໃຜຢາກໃຫ້ເກີດຂື້ນ. ເພາະສະນັ້ນ, ເມື່ອມັນໄດ້ເກີດຂຶ້ນແລ້ວ ຊອກຫາວິທີທີ່ຈະຮັບມືກັບມັນໄດ້ໂດຍການຮັກສາຄວາມສະຫງົບ. ສົນທະນາກັບຄູ່ກໍລະນີດີໆດ້ວຍເຫດຜົນ ແລະ ຢ່າຂໍໂທດກ່ອນ. ມັນອາດຈະເຮັດໃຫ້ພາກສ່ວນຕ່າງໆຕີລາຄາວ່າພວກເຮົາມີຄວາມຜິດ. ສະຫງົບ […]

ຂໍ້ຄວນຮູ້ສຳລັບຕໍ່ ປະກັນໄພລົດ ລ່ວງໜ້າ

ຂໍ້ຄວນຮູ້ສຳລັບຕໍ່ ປະກັນໄພລົດ ລ່ວງໜ້າ ຕໍ່ອາຍຸ ປະກັນໄພລົດລ່ວງ ຫຼາຍຄົນໂດຍສະເພາະມືໃຫມ່ອາດຈະບໍ່ຮູ້ຕ້ອງເຮັດແນວໃດ. ຄວນຕໍ່ກ່ອນລ່ວງໜ້າຈັກມື້ ຫລື ຈັກເດືອນກ່ອນ? ຫຼາຍຄົນອາດບໍ່ສົນໃຈເລື່ອງປະກັນໄພລົດ ເມື່ອເກີດອຸບັດຕິເຫດ, ພວກເຮົາອາດຈະມີບັນຫາຖ້າປະກັນໄພໝົດ ແລ້ວການຕໍ່ປະກັນໄພລົດລ່ວງ ໜ້າຄຶຫັຍງ? ທ່ານຄວນຕໍ່ລ່ວງໜ້າກ່ອນຈັກມື້ຈັກເດືອນ? ມື້ນີ້ນ້ອງກະຕ່າຍນອ້ຍມີຄຳຕອບສຳລັບທ່ານ. ຂໍ້ດີຂອງການຕໍ່ປະກັນໄພລົດລ່ວງ ໜ້າ ຊ່ວຍທ່ານໃນການວາງແຜນເງິນຂອງທ່ານ. ຖ້າຫາກປະກັນໄພຈະໝົດ ຫຼື ບໍ່ມີເງິນສົດ ຖ້າເປັນແບບນີ້ຄົງບໍ່ດີແນ່ນອນ. ແຕ່ຖ້າທ່ານຕໍ່ປະກັນໄພລົດລ່ວງໜ້າ ເມື່ອທ່ານພ້ອມເລື່ອງເງິນບັນຫາເຫລົ່ານີ້ຈະໝົດໄປ. ພວກເຮົາສາມາດຄິດໄລ່ວ່າມັນຈະມີລາຄາເທົ່າໃດ. ຈະມີການຈັດສັນເງິນສົດທີ່ກຽມໄວ້. ປົກປ້ອງລົດຂອງທ່ານຢ່າງຕໍ່ເນື່ອງ. ການຕໍ່ອາຍຸການປະກັນໄພລົດລ່ວງໜ້າ ຖືວ່າຊ່ວຍທ່ານໃນການນຳໃຊ້ລົດຂອງທ່ານດ້ວຍຄວາມສະບ່າຍໃຈ. ບໍ່ເສຍເວລາໝົດກັງວົນ, ບໍ່ຕ້ອງນັ່ງລູ້ນ ນັບວັນເວລາຂອງການລໍຖ້າການປະກັນໄພຈະໝົດ ອາຍຸ. ມີເວລາທີ່ຈະເລືອກບໍລິສັດປະກັນໄພ ທ່ານຈະມີເວລາພິຈາລະນາ. ປຽບທຽບການຄຸ້ມຄອງຂອງບໍລິສັດທີ່ແຕກຕ່າງກັນ ບໍລິສັດໃດທີ່ພໍຕອບໂຈດໃນການໃຊ້ລົດຂອງທ່ານ ຕໍ່ປະກັນໄພລົດລ່ວງໜ້າດົນປານໃດ ໂດຍສ່ວນໃຫຍ່, ຄົນນິຍົມຕໍ່ປະກັນໄພລ່ວງໜ້າ. ໂດຍປົກກະຕິແລ້ວເລືອກທີ່ຈະຕໍ່ປະກັນໄພໃໝ່ຢ່າງໜ້ອຍ 6 ເດືອນ, 3 ເດືອນ, 1 ເດືອນ, 1 ອາທິດ, ແລະ 1 ວັນກໍ່ມີ. ຊື່ງໃນແຕ່ລະໄລຍະມີຂໍ້ດີ ແລະ […]

5 ສິ່ງທີ່ຕ້ອງຫ້າມເດັດຂາດ ການປະກັນໄພ

ຖ້າທ່ານຄິດວ່າເມື່ອທ່ານມີປະກັນໄພລົດທ່ານຈະສາມາດຂັບລົດແນວໃດກໍ່ໄດ້ ເຖິງຈະເກີດອຸບັດຕິເຫດປະກັນໄພຈະໃຫ້ການຄຸ້ມຄອງຢູ່ດີ, ທ່ານກຳລັງຄິດຜິດ!! ເພາະມີຢູ່ບາງກໍລະນີ ຕໍ່ໃຫ້ທ່ານເຮັດປະກັນລົດຊັ້ນ 1 ກໍ່ຈະບໍ່ໄດ້ຮັບການຄຸ້ມຄອງ. ເຊິ່ງຈະມີກໍລະນີໃດແນ່ນັ້ນເຮົາໄປເບິ່ງພ້ອມກັນເລີຍ: 1. ບໍ່ມີໃບຂັບຂີ່, ໃບຂັບຂີ່ໝົດອາຍຸ ຫຼື ໃບຂັບຂີ່ຜິດປະເພດ ຂໍ້ທຳອິດທີ່ສຳຄັນກໍຄືໃບຂັບຂີ່ນັ້ນເອງ, ຫາກທ່ານບໍ່ມີໃບຂັບຂີ່ ຫຼື ໃບຂັບຂີ່ໝົດອາຍຸ ປະກັນໄພຈະບໍ່ຮັບຜິດຊອບຢ່າງແນ່ນອນ. ສຳລັບໃບຂັບຂີ່ຜິດປະເພດມັນກໍຄືກັບການເອົາປີ້ຍົນໄປຂຶ້ນປີ້ລົດເມຫັ້ນລະ ມັນກໍ່ບໍ່ສາມາດແທນກັນໄດ້ ສະນັ້ນການຂັບຂີ່ລົດຕ້ອງເບິ່ງວ່າຕົນເອງມີໃບອະນຸຍາດໃນການຂັບຂີ່ປະເພດໃດເຊັ່ນກັນ. 2. ເມົາແລ້ວຂັບ ການຖືວ່າເມົາແລ້ວຂັບ ແມ່ນປະລິມານທາດເຫຼົ້າໃນເລືອດທ່ານເກີນ 80 mg/100 ml, ນອກຈາກຈະຜິດກົດໝາຍຈະລາຈອນແລ້ວ ຖ້າອຸປະຕິເຫດເກີດຂື້ນມາ ທ່ານຈະບໍ່ໄດ້ຮັບການຄຸ້ມຄອງຈາກບໍລິສັດປະກັນໄພ. 3. ນຳເອົາລົດໄປໃຊ້ລາກ ຖ້າທ່ານໃຊ້ລົດຂອງທ່ານເພື່ອໄປໃຊ້ລາກລົດຄັນອື່ນ ທາງບໍລິສັດປະກັນໄພຖືວ່ານຳໃຊ້ລົດຜິດປະເພດ ຖ້າຄວາມເສຍຫາຍເກີດຂື້ນກັບລົດ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງໃດໆ ຍົກເວັ້ນລົດລາກທີ່ເຮັດປະກັນໄພໃນດ້ານນີ້ໂດຍສະເພາະ. 4. ນຳໃຊ້ລົດໄປໃຊ້ທາງຜິດກົດໝາຍ ຖ້າທ່ານນຳລົດໄປໃຊ້ໃນທາງຜິດກົດໝາຍ ບໍ່ວ່າຈະເປັນການນຳໄປເປັນພາຫະນະໃນການປຸ້ນຊັບ ຫລື ຂົນສົ່ງສີ່ງຂອງຜິດກົດຫມາຍ ແລ້ວເກີດອຸບັດຕິເຫດ ຫລື ຄວາມເສຍຫາຍຕໍ່ລົດໃນຂະນະນັ້ນ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງທ່ານເລີຍ. 5. ນໍາລົດໄປໃຊ້ຜິດປະເພດຈາກທີ່ກໍານົດໃນສັນຍາ ຖ້າທ່ານເອົາລົດທີ່ເຮັດປະກັນໄພໄປໃຊ້ນອກເໜືອຈາກທີ່ລະບຸສັນຍາ ເມື່ອອຸປະຕິເຫດເກີດຂື້ນແມ່ນຈະບໍ່ຄຸ້ມຄອງ ເຊັ່ນ: ສັນຍາປະກັນໄພລະບຸວ່າລົດນໍາໃຊ້ແບບສ່ວນບຸກຄົນ ແຕ່ນຳໄປໃຊ້ສຳລັບການດຳເນີນທຸລະກິດ […]

ຂໍ້ດີຂອງການເຮັດ “ປະກັນ”

ຖ້າເວົ້າເຖີງ “ການປະກັນໄພ” ກໍ່ຄື ການກະຈາຍຄວາມສ່ຽງ ນັ້ນເອງ. ຄວາມສ່ຽງທີ່ຈະບອກນີ້ໝາຍເຖິງຄວາມສ່ຽງທີ່ ໂຕເຮົາເອງ, ຢ່າຟ້າວສັບສົນເດີ້ວ່າແມ່ນຫຍັງຄື “ຄວາມສ່ຽງຂອງໂຕເຮົາເອງ” ເພາະຫຼາຍໆຄົນອາດຄຸ້ນເຄີຍກັບຄໍາວ່າການລົງທືນມີຄວາມສ່ຽງ ຕ້ອງບໍລິຫານຄວາມສ່ຽງ, ຕ້ອງ ກະຈາຍຄວາມສ່ຽງ ຕ່າງໆນານາ ບໍ່ວ່າຈະເປັນ “ການຊື້ດິນແລ້ວຂາຍອອກຍາກ” ຫຼື “ການເຮັດຕຶກອາຄານແລ້ວບໍ່ມີຄົນເຊົ່າ” ເຊິ່ງໃນຄວາມເປັນຈິງແລ້ວສິ່ງນີ້ກໍ່ຮ້ອງວ່າຄວາມສ່ຽງເຊັ່ນກັນ ແຕ່ເຂົາຈະຮ້ອງວ່າ “ຄວາມສ່ຽງຈາກການລົງທືນ”. ແຕ່ຄວາມສ່ຽງທີ່ພວກເຮົາເວົ້າເຖິງນີ້ແມ່ນ ຄວາມສ່ຽງທີ່ພວກເຮົາຈະເຈັບປ່ວຍ, ບໍ່ສະບາຍ ລວມທັງອຸບັດຕິເຫດທີ່ພວກເຮົາບໍ່ຄາດຄິດ. ໃຫ້ທ່ານລອງຄິດຕາມເຮົາເບີ່ງ ດຽວນີ້ເຕັກໂນໂລຢີການແພດກໍທັນສະໄຫມຫລາຍແລ້ວ ເຮົາກໍສາມາດສະບາຍໃຈໄດ້ລະດັບໜຶ່ງວ່າການປິ່ນປົວຕ້ອງເຊົາແນ່ນອນ ແຕ່ກໍຢ່າລືມວ່າຄ່າໃຊ້ຈ່າຍໃນການປິ່ນປົວກໍບໍ່ແມ່ນໜ້ອຍເດີ້ ຖ້າວ່າຜູ້ໃດບໍ່ໄດ້ກະກຽມມາກ່ອນກໍອາດເປັນໜີ້ເປັນສິນໄດ້ເລີຍ. ສົມມຸດວ່າເຮົາໄປກວດສຸຂະພາບແລ້ວພົບເຫັນເນື້ອງອກ ຫຼື ມະເລັງ ເຮັດໃຫ້ຕ້ອງຜ່າຕັດ ຖ້າພວກເຮົາບໍ່ມີການກະກຽມຫຍັງໄວ້ ແນ່ນອນວ່າເຮົາກໍຈໍາເປັນຕ້ອງເອົາຊັບສິນໄປປ່ຽນເປັນເງິນສົດເພື່ອຈ່າຍຄ່າຮັກສາ. ນັ້ນຈຶ່ງເປັນເຫດຜົນວ່າເປັນຫຍັງພວກເຮົາຄວນ “ກະຈາຍຄວາມສ່ຽງ” ອອກຈາກຕົວເຮົາ ແລະ ສີນຄ້າທາງການເງິນອັນດຽວທີ່ຈະຊ່ວຍທ່ານກະຈາຍຄວາມສ່ຽງໄດ້ມີພຽງແຕ່ ການປະກັນໄພ ເທົ່ານັ້ນ. ໃນທີ່ນີ້ໝາຍເຖິງ ປະກັນຊີວິດ, ປະກັນສຸຂະພາບ, ປະກັນໄພອຸປະຕິເຫດ ຫຼື ຈະເປັນການປະກັນສັງຄົມກໍໄດ້ ພຽງເພື່ອຮັບປະກັນວ່າເວລາຕ້ອງໄປໂຮງໝໍກໍມີຄົນຊ່ວຍຈ່າຍຄ່າຮັກສາ. ຈະດີບໍ່? ຖ້າເຮົາມີ ປະກັນໄພ ມາເປັນເບາະຊ່ວຍຮອງຮັບຄ່າໃຊ້ຈ່າຍ ໃຫ້ຮູ້ສຶກຄືຕົກລົງມາຈາກຕືກ […]

ປະໂຫຍດການເຮັດປະກັນຊີວິດ

ທ່ານເຄີຍສົງໄສບໍ່ວ່າເປັນຫຍັງເຮົາຕ້ອງເຮັດປະກັນຊີວິດ ແລະ ການເຮັດປະກັັນຊີວິດສາມາດໃຫ້ຜົນຕອບແທນຫຍັງແດ່ແກ່ເຮົາ? ຜົນປະໂຫຍດໃນການເຮັດປະກັນຊີວິດກໍຄື: 👪ປະກັນຊີວິດຊ່ວຍສ້າງຄວາມຫຼັກປະກັນໃຫ້ແກ່ຄອບຄົວ. ໃນກໍລະນີທີ່ເກີດເຫດທີ່ບໍ່ຄາດຄິດກັບທ່ານທີ່ເປັນຫົວໜ້າຄອບຄົວ ໂດຍທີ່ຍັງບໍ່ມີການວາງແຜນການເງິນທີ່ດີໄວ້, ແນ່ນອນວ່າຈະເຮັດໃຫ້ຄອບຄົວປະສົບກັບປັນຫາຢ່າງຫຼວງຫຼາຍ. ໂດຍສະເພາະຖ້າຍັງມີພາລະຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຜ່ອນລົດ, ຜ່ອນບ້ານ ແລະ ອື່ນໆ. ດັ່ງນັ້ນ, ການເຮັດປະກັນຊີວິດໄວ້ ຈຶ່ງເປັນການວາງແຜນສຳຮອງທີ່ສາມາດຊ່ວຍບັນເທົາຄວາມເດືອດຮ້ອນທາງການເງິນໃຫ້ຄົນໃນຄອບຄົວໄດ້. ສົນໃຈເຮັດປະກັນຊີວິດ ລາຍລະອຽດເພີ່ມຕື່ມ ໂທ: 📞 021411168-9 ຫລື ກົດທີ່ນີເພີື່ອຊື້  

ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ

ທ່ານເຄີຍສົງໄສບໍ່ ການມີລົດກວ່າຈະຜ່ອນຫມົດໃຊ້ເວລາຫລາຍປີ ເປັນຫຍັງຍັງຕ້ອງຈ່າຍຄ່າປະກັນໄພລົດທຸກໆປີອີກ, ບາງຄົນບໍ່ໄດຂັບຂີ່ລົດໄປໄກ ພຽງແຕ່ຂັບລົດຈາກບ້ານໄປບ່ອນເຮັດວຽກ ເປັນຫຍັງຍັງຕ້ອງຈ່າຍຄ່າເຫຼົ່ານີ້ເພີ່ມອີກ ແບບນີ້ບໍ່ເຮັດປະກັນໄພລົດໄດ້ຫລືບໍ່? ມື້ນີ້ KX broker ເພື່ອບອກເຫດຜົນທີ່ດີ ເພື່ອໃຫ້ທ່ານຮູ້ວ່າຖ້າລົດຂອງທ່ານບໍ່ມີປະກັນໄພ ຈະ​ເກີດ​ຫຍັງຂຶ້ນແນ່ ມາເບິ່ງກັນເລີຍ ບໍ່ເຮັດປະກັນໄພລົດໄດ້ບໍ່? ໄດ້ ຖ້າເປັນການປະກັນໄພລົດພາກສະໝັກໃຈ ເນື່ອງຈາກວ່າບໍ່ມີກົດໝາຍຂໍ້ໃດກຳນົດໃຫ້ເຮັດ ແຕ່ຖ້າວ່າມັນເປັນປະກັນໄພລົດພາກບັງຄັບ ຫຼື ພ ລ ບ ລົດທຸກຄັນຕ້ອງມີປະກັນໄພປະເພດນີ້. ເພື່ອໃຫ້ໄດ້ຮັບການຄຸ້ມຄອງໃນອຸປະຕິເຫດ ໃນຮູບແບບຂອງການຊົດເຊີຍທາງການແພດຕາມທີ່ໄດ້ກຳນົດໄວ້ ສິ່ງ​ທີ່ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ ລົດຕິດຟາຍແນນບໍ່ໄດ້ ການມີລົດ 1 ຄັນຕ້ອງໃຊ້ເງີນຫຼາຍ ຖ້າຊື້ດ້ວຍເງິນສົດບໍ່ມີບັນຫາຫຍັງເລີຍ. ແຕ່ຖ້າທ່ານຕ້ອງການຈະຈ່າຍຜ່ອນເງີນກັບບໍລິສັດເງິນກູ້ນັ້ນຈຳເປັນຕ້ອງມີການປະກັນໄພລົດເພື່ອໃຫ້ກວມເອົາໄລຍະເວລາ ສຳລັບການຊຳລະຄ່າລົດເຊັ່ນກັນ. ເນື່ອງຈາກວ່າບໍລິສັດສິນເຊື່ອສ່ວນໃຫຍ່ຈະບັງຄັບໃຫ້ປະກັນໄພລົດຍົນເພື່ອຫຼຸດຜ່ອນຄວາມສ່ຽງຖ້າເກີດອຸບັດຕິເຫດ ແຕ່ວ່າບໍ່ໄດ້ບັງຄັບໃຫ້ໃຊ້ປະກັນໄພຊັ້ນໃດ ສະນັ້ນທ່ານສາມາດເລືອກຊື້ປະກັນໄພລົດໂດຍຕົວທ່ານເອງໂດຍສະໝັກ ໃຈ ເຊີ່ງໃຜກໍ່ຕ້ອງການຢາກໄດ້ປະກັນໄພທີ່ຄຸ້ມຄອງສູງ ລາຄາເບ້ຍປະກັນໄພຖືກ ຢ່າງໃດກໍ່ຕາມຢ່າລືມກວດກາເບິ່ງເບ້ຍປະກັນໄພລົດກ່ອນຊື້. ມີສະຕິ ແລະຂັບ ຂີ່ລະມັດລະວັງກວ່າແຕ່ກ່ອນ ຫຼາຍຄົນຄິດວ່າຕົນເອງຂັບລົດມາຫຼາຍປີແລ້ວຈົນຊຳນານ. ມິຄວາມລະມັດລະວັງ ແລະ ມີສະຕິໃນການຂັບຂີ່ຈົນບໍ່ຄິດວ່າຈະມີອຸບັດຕິເຫດ. ແຕ່ບໍ່ມີໃຜຮູ້ຂື້ນຊື່ວ່າອຸບັດຕິເຫດຈະເກີດຂື້ນໄດ້ສະເໝີ ອີກຢ່າງຖ້າເຮົາບໍ່ປະໝາດ ແຕ່ເຂົາປະໝາດກໍ່ໃຫ້ເກີດມີອຸບັດຕິເຫດໄດ້ເຊັ່ນກັນ ຈ່າຍຄ່າເສຍຫາຍ ແລະ ຄ່າສ້ອມແປງຈົນໝົດ […]

ເລືອກປະກັນສຸຂະພາບ ຕ້ອງພິຈາລະນາຫຍັງແນ່?

“ການບໍ່ມີພະຍາດແມ່ນໂຊກດີທີ່ປະເສີດ” ເຊື່ອວ່າທຸກໆຄົນຕ່າງກໍ່ຢາກມີສຸຂະພາບທີ່ດີເຊັ່ນກັນ ແຕ່ບາງຄັ້ງພວກເຮົາກໍ່ບໍ່ຮູ້ວ່າຈະມີຫຍັງເກີດຂື້ນ. ຖ້າມື້ ໜຶ່ງ ເຈັບປ່ວຍ ຫຼືບໍ່ສະບາຍຂື້ນມາ ໃຜຈະຈ່າຍຄ່າປິ່ນປົວຂອງທ່ານ? ດ້ວຍເຫດຜົນນີ້, ພວກເຮົາຕ້ອງມີປະກັນສຸຂະພາບໄວ້. ເພາະການຊ່ວຍເບິ່ງແຍງຄ່າໃຊ້ຈ່າຍທາງການແພດຂອງທ່ານ ບໍ່ວ່າຈະເປັນການຄຸ້ມຄອງຄົນເຈັບພາຍໃນ (IPD) ຫຼືກໍລະນີຄົນເຈັບເຂດນອກ (OPD) ຍັງມີແຜນປະກັນໄພໃຫ້ເລືອກເອົາຕາມທີ່ທ່ານຕ້ອງການ. ເຖິງຢ່າງໃດກໍ່ຕາມ, ການເລືອກປະກັນສຸຂະພາບທີ່ດີ ພວກເຮົາຄວນພິຈາລະນາຢ່າງລະມັດລະວັງ. ເພື່ອໃຫ້ໄດ້ແຜນປະກັນສຸຂະພາບທີ່ ເໝາະ ສົມທີ່ສຸດ 1. ຄ່າເບ້ຍປະກັນໄພສຸຂະພາບ ມັນແມ່ນສິ່ງ ທຳອິດທີ່ທ່ານຕ້ອງພິຈາລະນາ. ເພາະວ່າຖ້າທ່ານບໍ່ຈ່າຍເງີນຄ່າເບ້ຍປະກັນໄພສຸຂະພາບ ມັນອາດຈະເປັນເປັນບັນຫາໄດ້, ດັ່ງນັ້ນພວກເຮົາຕ້ອງຄິດໄລ່ງົບປະມານໃຫ້ດີກ່ອນ ນະໂຍບາຍປະກັນສຸຂະພາບສ່ວນຫຼາຍແມ່ນຈ່າຍ 3ເດືອນ 6ເດືອນ 1 ປີ. ແລະມີຄ່າປະກັນໄພທີ່ແຕກຕ່າງກັນຂຶ້ນກັບຄວາມສ່ຽງໃນແຕ່ລະອາຍຸເຊັ່ນ: ໃນເວລາທີ່ເດັກນ້ອຍມີປະກັນສຸຂະພາບທີ່ມີລາຄາສູງ ເພາະວ່າມັນມີຄວາມສ່ຽງຕໍ່ພະຍາດຕ່າງໆ ງ່າຍກວ່າຜູ້ໃຫຍ່ ຫລືຄົນອາຍຸສູງກໍ່ມີແນວໂນ້ມທີ່ຈະເຈັບປ່ວຍເຊັ່ນກັນ. ສະນັ້ນ, ກ່ອນຊື້ປະກັນສຸຂະພາບ, ຢ່າລືມກວດເບິ່ງອາຍຸຂອງທ່ານເຊັ່ນກັນ, ມີແຜນປະກັນໄພທີ່ຈະເລືອກເອົາຕາມການຄຸ້ມຄອງ ແຕ່ຖ້າແຜນການໃດບໍ່ຕອບສະໜອງ ຄວາມຕ້ອງການຂອງທ່ານ ຫລືງົບປະມານທີ່ທ່ານມີ ຄວນເລືອກຄ່າປະກັນໄພທີ່ຍອມຮັບໄດ້ ຈ່າຍດີກວ່າ 2. ການຄຸ້ມຄອງທັງໝົດ ເມື່ອພວກເຮົາຄິດໄລ່ຄ່າປະກັນໄພສຸຂະພາບ ແລະງົບປະມານທີ່ພວກເຮົາມີ ຖ້າທ່ານຄິດແທ້ໆກ່ຽວກັບການຊື້ປະກັນສຸຂະພາບ ຕ້ອງສຶກສາຜົນປະໂຫຍດລວມ ຫລືຂີດ […]