ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ

ທ່ານເຄີຍສົງໄສບໍ່ ການມີລົດກວ່າຈະຜ່ອນຫມົດໃຊ້ເວລາຫລາຍປີ ເປັນຫຍັງຍັງຕ້ອງຈ່າຍຄ່າປະກັນໄພລົດທຸກໆປີອີກ, ບາງຄົນບໍ່ໄດຂັບຂີ່ລົດໄປໄກ ພຽງແຕ່ຂັບລົດຈາກບ້ານໄປບ່ອນເຮັດວຽກ ເປັນຫຍັງຍັງຕ້ອງຈ່າຍຄ່າເຫຼົ່ານີ້ເພີ່ມອີກ ແບບນີ້ບໍ່ເຮັດປະກັນໄພລົດໄດ້ຫລືບໍ່? ມື້ນີ້ KX broker ເພື່ອບອກເຫດຜົນທີ່ດີ ເພື່ອໃຫ້ທ່ານຮູ້ວ່າຖ້າລົດຂອງທ່ານບໍ່ມີປະກັນໄພ ຈະ​ເກີດ​ຫຍັງຂຶ້ນແນ່ ມາເບິ່ງກັນເລີຍ

ບໍ່ເຮັດປະກັນໄພລົດໄດ້ບໍ່?

ໄດ້ ຖ້າເປັນການປະກັນໄພລົດພາກສະໝັກໃຈ ເນື່ອງຈາກວ່າບໍ່ມີກົດໝາຍຂໍ້ໃດກຳນົດໃຫ້ເຮັດ ແຕ່ຖ້າວ່າມັນເປັນປະກັນໄພລົດພາກບັງຄັບ ຫຼື ພ ລ ບ ລົດທຸກຄັນຕ້ອງມີປະກັນໄພປະເພດນີ້. ເພື່ອໃຫ້ໄດ້ຮັບການຄຸ້ມຄອງໃນອຸປະຕິເຫດ ໃນຮູບແບບຂອງການຊົດເຊີຍທາງການແພດຕາມທີ່ໄດ້ກຳນົດໄວ້

ສິ່ງ​ທີ່ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ

  1. ລົດຕິດຟາຍແນນບໍ່ໄດ້

ການມີລົດ 1 ຄັນຕ້ອງໃຊ້ເງີນຫຼາຍ ຖ້າຊື້ດ້ວຍເງິນສົດບໍ່ມີບັນຫາຫຍັງເລີຍ. ແຕ່ຖ້າທ່ານຕ້ອງການຈະຈ່າຍຜ່ອນເງີນກັບບໍລິສັດເງິນກູ້ນັ້ນຈຳເປັນຕ້ອງມີການປະກັນໄພລົດເພື່ອໃຫ້ກວມເອົາໄລຍະເວລາ ສຳລັບການຊຳລະຄ່າລົດເຊັ່ນກັນ. ເນື່ອງຈາກວ່າບໍລິສັດສິນເຊື່ອສ່ວນໃຫຍ່ຈະບັງຄັບໃຫ້ປະກັນໄພລົດຍົນເພື່ອຫຼຸດຜ່ອນຄວາມສ່ຽງຖ້າເກີດອຸບັດຕິເຫດ ແຕ່ວ່າບໍ່ໄດ້ບັງຄັບໃຫ້ໃຊ້ປະກັນໄພຊັ້ນໃດ ສະນັ້ນທ່ານສາມາດເລືອກຊື້ປະກັນໄພລົດໂດຍຕົວທ່ານເອງໂດຍສະໝັກ ໃຈ ເຊີ່ງໃຜກໍ່ຕ້ອງການຢາກໄດ້ປະກັນໄພທີ່ຄຸ້ມຄອງສູງ ລາຄາເບ້ຍປະກັນໄພຖືກ ຢ່າງໃດກໍ່ຕາມຢ່າລືມກວດກາເບິ່ງເບ້ຍປະກັນໄພລົດກ່ອນຊື້.

  1. ມີສະຕິ ແລະຂັບ ຂີ່ລະມັດລະວັງກວ່າແຕ່ກ່ອນ

ຫຼາຍຄົນຄິດວ່າຕົນເອງຂັບລົດມາຫຼາຍປີແລ້ວຈົນຊຳນານ. ມິຄວາມລະມັດລະວັງ ແລະ ມີສະຕິໃນການຂັບຂີ່ຈົນບໍ່ຄິດວ່າຈະມີອຸບັດຕິເຫດ. ແຕ່ບໍ່ມີໃຜຮູ້ຂື້ນຊື່ວ່າອຸບັດຕິເຫດຈະເກີດຂື້ນໄດ້ສະເໝີ ອີກຢ່າງຖ້າເຮົາບໍ່ປະໝາດ ແຕ່ເຂົາປະໝາດກໍ່ໃຫ້ເກີດມີອຸບັດຕິເຫດໄດ້ເຊັ່ນກັນ

  1. ຈ່າຍຄ່າເສຍຫາຍ ແລະ ຄ່າສ້ອມແປງຈົນໝົດ

ເມື່ອອຸບັດຕິເຫດເກີດຂື້ນ ຖ້າພວກເຮົາມີຄວາມຜິດ ສິ່ງທີ່ຕໍ່ໄປນີ້ແມ່ນ ການທົດແທນຄ່າເສຍຫາຍ ວ່າພວກເຮົາຕ້ອງຈ່າຍເອງທັງໝົດ ບໍ່ວ່າຈະເປັນລົດຂອງທ່ານ ຫຼື ລົດຄູ່ກໍລະນີ ເຊິ່ງຖ້າລົດຄູ່ກໍ່ລະນີມີລາຄາແພງ ຄ່າໃຊ້ຈ່າຍໃນການສ້ອມແປງອາດຈະສູງກ່ວາຄ່າປະກັນໄພລົດໃນແຕ່ລະປີອີກ.

  1. ເຮັດດ້ວຍຕົນເອງທຸກໆຢ່າງ ຢັນສູ້ຄະດີກັບສານ

ຖ້າບໍ່ມີປະກັນໄພລົດໄວ້ ພວກເຮົາຕ້ອງເຮັດທຸກຢ່າງດ້ວຍຕົນເອງຕັ້ງແຕ່ການເຈລະຈາກັບຄູ່ກໍລະນີ ເກັບຫຼັກຖານທີ່ເກີດເຫດ ແລະໃຫ້ຄຳແນະນຳຕ່າງໆ ຕັ້ງແຕ່ເລີ່ມຕົ້ນຈົນຈົບ ຫຼືຫຼາຍກ່ວານັ້ນ ຖ້າອຸບັດຕິເຫດເກີດຂື້ນໄດ້ມີຜູ້ເສຍຊີວິດ ແລະ ເຮົາຜິດ ຈະຕ້ອງໄປຂື້ນສານ ຈ່າຍເງິນ ແລະ ຕໍ່ສູ້ຄະດີຕົວທ່ານເອງ.

  1. ນໍ້າຖ້ວມລົດ ໄຟໄໝ້ລົດ ຫຼື ລົດເສຍກໍ່ບໍ່ຫຍັງກັບມາເລີຍ.

ເຂົາເວົ້າວ່າສິ່ງທີ່ຍາກທີ່ສຸດໃນການຄວບຄຸມແມ່ນໄພພິບັດທາງ ທຳມະຊາດ, ເພາະວ່າຖ້າຝົນຕົກ ພະຍຸກໍ່ຈະເຂົ້າ ນໍ້າຖ້ວມ ບໍ່ມີສິ່ງໃດສາມາດຢຸດໄດ້. ຄົນມີລົດແມ່ນຄ້າຍຄືການຖີ້ມເງິນຈຳນວນຫລາຍ ລ້ານແຊ່ນ້ຳ ຢູ່ຕໍ່ໜ້າຕໍ່ຕາ. ແຕ່ຖ້າທ່ານມີປະກັນໄພລົດຊັ້ນ 1, 2+ ແລະ 3+ (ບາງບໍລິສັດ) ທີ່ຄຸ້ມຄອງລົດຈາກນໍ້າຖ້ວມຢ່າງໜ້ອຍກໍ່ມີເງິນຊົດເຊີຍຄ່າເສຍຫາຍ ທັງນີ້ຍັງລວມກໍລະນີໄຟໄໝ້ລົດທີ່ມັກຈະເຫັນຢູ່ໜ້າເວັບໄຊທ໌ ເຫັນຕາມຂ່າວ ແລະໃນກໍລະນີລົດຖືກລັກເຊັ່ນດຽວກັນ

ຈະເຫັນໄດ້ວ່າການມີປະກັນໄພລົດກໍ່ມີປະໂຫຍດຢູ່ບໍ່ຫນ້ອຍ ເພາະວ່າການປະກັນໄພຈະຊ່ວຍເພີ່ມຄວາມອຸ່ນໃຈໃນເວລາເກີດອຸປະຕິເຫດ ຈະມີພະນັກງານດຳເນີນເລື່ອງໃຫ້ຕັ້ງແຕ່ເລີ່ມຕົ້ນຈົນເຖິງສິ້ນສຸດ. ໃຫ້ການຊ່ວຍເຫຼືອແລະທົດແທນຄ່າເສຍຫາຍທີ່ເກີດຂື້ນຕາມເງື່ອນໄຂໃນນະໂຍບາຍປະກັນໄພທີ່ພວກເຮົາໄດ້ເຮັດ

ແຕ່ສຳລັບຜູ້ທີ່ບໍ່ໄດ້ເຮັດປະກັນລົດສາມາດໂທສອບຖາມນຳກະຕ່າຍນ້ອຍ KX broker ໄດ້