4 ວິທີວາງແຜນການເງິນເພື່ອຮັບມືໃນຊ່ວງໂຄວິດ

ໃນຊ່ວງສະຖານະການທີ່ຕ້ອງພົບກັບບັນຫາເສດຖະກິດຈາກການແຜ່ລະບາດຂອງເຊື້ອໄວຣັສ COVID-19 ແບບນີ້ ການວາງແຜນການເງິນ ຈຶ່ງເປັນສິ່ງທີ່ຈຳເປັນຫຼາຍ ມື້ນີ້ ນ້ອງ ກະຕ່າຍນ້ອຍ KX ກໍໄດ້ນຳເອົາ 4 ວິທີວາງແຜນການເງິນແບບງ່າຍໆ ເພື່ອຮັບມືໃນຊ່ວງໂຄວິດມາຝາກ ໄປອ່ານກັນເລີຍ.​

ห้องเรียนนักลงทุน

1.ກວດສະພາບຄ່ອງ

ໃນທີ່ນີ້ໝາຍເຖິງ ໃຫ້ກວດເບິ່ງສະຖານະການເງິນຂອງທ່ານວ່າ ເງິນສົດທີ່ມີຢູ່ທັງຕິດໂຕ ແລະ ໃນບັນຊີ ໂດຍປະເມີນເປັນເງິນຄ່າວໆ ວ່າໄດ້ເທົ່າໃດ ເມື່ອເຮົາຮູ້ສະພາບຄ່ອງຂອງເຮົາຈະສາມາດປະເມີນໄດ້ວ່າ ເຮົາຈະຢູ່ໄດ້ໂດຍບໍ່ເດືອດຮ້ອນໄດ້ຈັກປີ, ຈັກເດືອນ ຫາກປະສົບບັນຫາອື່ນໆ.

12 เดือน กับ 12 รายจ่ายเด่น ที่ต้องวางแผนการเงิน - MoneyHub

2. ກວດຄ່າໃຊ້ຈ່າຍ

ເຮັດບັນຊີຄຳນວນລາຍຮັບ, ລາຍຈ່າຍຕ່າງໆ ເຊັ່ນ ຄ່າງວດລົດ, ຄ່າຜ່ອນບ້ານ… ເມື່ອເຮົາຮູ້ຈຳນວນແລ້ວໃຫ້ລົບກັບລາຍຮັບ ຍັງເຫຼືອເທົ່າໃດກໍຕ້ອງມາແບ່ງໃຫ້ກັບ ຄ່າໃຊ້ຈ່າຍໃນຊີວິດປະຈຳວັນອື່ນໆອີກ ເພື່ອກຳນົດບໍ່ໃຫ້ໃຊ້ເງິນເກີນ.

อยู่บ้านหยุดเชื้อประหยัด เงิน ประหยัดเวลา สู้โควิด-19 – Tuemaster เรียนออนไลน์ ม.ปลาย

3.ຫາລາຍໄດ້ເສີມ

ຊ່ວງວິກິດແນວນີ້ ບາງຄົນກໍຖືກພັກວຽກແບບບໍ່ມີກຳນົດ, ບາງຄົນກໍຖືກຫຼຸດລາຍຮັບລົງ ສະນັ້ນ ໃນຊ່ວງນີ້ຖືເປັນໂອກາດດີໃນການສ້າງລາຍໄດ້ເສີມ ເຊິ່ງຊ່ວງນີ້ຄົນສ່ວນຫຼາຍອອກຈາກບ້ານບໍ່ໄດ້ ສະນັ້ນ ກໍຮັບເຮັດອາຫານຂາຍທາງອອນລາຍ ຫຼື ຮັບສົ່ງອາຫານກໍເປັນໄອເດຍທີ່ດີ

 

ความรู้การลงทุน – The Emerge Lab การเรียนการสอนเกี่ยวกับการลงทุน

4. ຢຸດແຜນການລົງທຶນໄລຍະຍາວໄປກ່ອນ
ສະຖານະການແບບນີ້ການມີເງິນສົດໄວ້ໜ້າຈະອຸ່ນໃຈກວ່າ ດັ່ງນັ້ນຖ້າທ່ານກຳລັງຄິດທີ່ຈະລົງທຶນໄລຍະຍາວ ກໍຄວນພິຈາລະນາໃຫ້ດີກ່ອນ ເພື່ອສັງເກດສະຖານະການ.