ເອພີເອ ປະກັນໄພ

ເອພີເອ ປະກັນໄພ

ບໍລິສັດ ພົງສະຫວັນ ປະກັນໄພ ຈຳກັດ ຫຼື ປະກັນໄພ ເອພີເອ. ໄດ້ຮັບການສ້າງຕັ້ງຂຶ້ນໃນ ປີ 2016 ເຊິ່ງ ເປັນບໍລິສັດໃນເຄືອຂອງ ກຸ່ມພົງສະຫວັນ ແລະ ເປັນບໍລິສັດປະກັນໄພເອກະຊົນ 100% ໜຶ່ງດຽວໃນ ສປປ ລາວ. ບໍລິສັດຂອງພວກເຮົາໄດ້ຮັບອະນຸຍາດໃຫ້ຈຳໜ່າຍປະກັນໄພທົ່ວໄປ (ປະກັນໄພລົດຍົນ, ປະກັນໄພຊັບສິນ, ປະກັນໄພທ່ອງທ່ຽວ ແລະ ອື່ນໆ) ແລະ ປະກັນໄພຊີວິດ. ນັບແຕ່ໄດ້ເລີ່ມຂາຍຜະລິດຕະພັນປະກັນໄພຕັ້ງແຕ່ປີ 2017 ເປັນຕົ້ນມາ, ບໍລິສັດຂອງພວກເຮົາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຍັງຄົງສືບຕໍ່ຍຶດໝັ້ນປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ.

ປະກັນໄພຊີວິດ ເອພີເອ ໃຊ້ທຶນໃນການຈົດທະບຽນ 2 ລ້ານໂດລາສະຫະລັດ ຫຼື 16 ຕື້ ກີບ ແລະ ສຳລັບປະກັນໄພທົ່ວໄປໃຊ້ທຶນໃນການຈົດທະບຽນ 2 ລ້ານໂດລສາສະຫະລັດ ຫຼື 16 ຕື້ ກີບ ເຊັ່ນດຽວກັນ. ພວກເຮົາມີທີມງານທີ່ມີຄວາມຊ່ຽວຊານທາງດ້ານປະກັນໄພ ເພື່ອຮັບປະກັນວ່າ ພວກເຮົາໃຫ້ຄວາມສຳຄັນກັບລູກຄ້າເປັນທີໜຶ່ງ.

APA’s vision is to, “Transform insurance to create a better tomorrow for All”

ພາລະກິດຂອງ ບໍລິສັດ ພົງສະຫວັນປະກັນໄພ (APA) ແມ່ນເພື່ອ,“ ເປັນຜູ້ນຳທາງດ້ານການສະໜອງປະກັນໄພຂອງປະເທດລາວ, ສະໜອງການສຶກສາ, ລາຄາສົມ, ນະວັດຕະກຳໃໝ່ ແລະ ໂປ່ງໃສ

ເປົ້າໝາຍຂອງ ເອພີເອ

“ ສ້າງຜະລິດຕະພັນໃຫ້ເໝາະສົມສຳລັບທຸກທ່ານ”
“ ສ້າງຜະລິດຕະພັນໃຫ້ສາມາດເຂົ້າເຖິງໄດ້ທຸກທ່ານ”
“ ສ້າງຜະລິດຕະພັນໃຫ້ມີລາຄາທີ່ເໝາະສົມສຳລັບທຸກທ່ານ”

KX ປະກັນໄພ ໃຫ້ບໍລິການປະກັນໄພຂອງ ເອພີເອ ປະກັນໄພ ຫລາກຫລາຍປະກັນໄພໃຫ້ທ່ານເລືອກ