ປະກັນໄພລົດ ອາລິອັນສ໌ (ລາວ)

ປະກັນໄພລົດ ຄວາມຮັບພິຊອບທາງແພ່ງຕໍ່ບຸກຄົນທີ່ສາມ ຂອງ ອາລິອັນສ໌ ປະກັນໄພລາວ

ປະກັນໄພລົດ ຄວາມຮັບພິຊອບທາງແພ່ງຕໍ່ບຸກຄົນທີ່ສາມ ຂອງ ອາລິອັນສ໌ ປະກັນໄພລາວ ໃຫ້ການຄຸ້ມກັນຄວາມຮັບພິຊອບ ຂອງທ່ານ ຕໍ່ກັບຄ່າໃຊ້ຈ່າຍ ຕໍ່ບຸກຄົນທີ່ສາມ ໃນກໍລະນີເກີດອຸປະຕິເຫດ

ບໍ່ວ່າທ່ານຈະເປັນຜູ້ຂັບຂີລົດຈັກ, ລົດກະບະ, ລົດຈິບ, ລົດຕຸ້, ລົດພວງ ແລະ ລົດບັນທຸກ ທ່ານຄວນມີປະກັນໄພລົດ ຄວາມຮັບພິຊອບ ທາງແພ່ງ ຕໍ່ບຸກຄົນທີສາມ ໄວ້ສຳລົບລົດຂອງທ່ານ

ເຖິງວ່າທ່ານ ຈະເປັນຜູ້ມີປະສົບການ ແລະ ມີຄວາມລະມັດລະວັງ ໃນການຂັບລົດ, ທ່ານອາດຈະມີສ່ວນ ໃນການເກີດອຸປະຕິເຫດບົນທ້ອງຖະໜົນ ແລະ ອາດມີຜູ້ເຄາະຮ້າຍ ທີ່ໄດ້ຮັບບາດເຈັບ ຫຼື ເສຍຊິວິດຈາກອຸປະຕິເຫດ ນັ້ນໆ.

ດັ່ງນັ້ນ ທ່ານ ຈິ່ງສະບາຍໃຈໄດ້ວ່າທ່ານຈະໄດ້ຮັບການທົດແທນຄ່າເສຍຫາຍ ດັ່ງລຸ່ມນີ້:

  • ໃຫ້ຄູ່ກໍລະນີ:
    • ຄ່າປິນປົວ ແລະ ຄ່າໂຮງໝໍ ໃນກໍລະນີທີ່ໄດ້ຮັບບາດເຈັບ
    • ຊົດເຊີຍການເສຍຊິວິດ ກັບຄອບຄົວຜູ້ຖືກເຄາະຮ້າຍ
    • ຊົດເຊີຍກໍລະນີພິການຖາວອນ
    • ທົດແທນຄ່າຊ້ອມແປງກໍລະນີມີຄວາມເສຍຫາຍຂອງວັດຖຸ
  • ໃຫ້ຕົວທ່ານເອງ ດັ່ງລຸ່ມນີ້:
    • ຄ່າປິນປົວ ແລະ ຄ່າໂຮງໝໍ ໃນກໍລະນີທີ່ໄດ້ຮັບບາດເຈັບ
    • ຊົດເຊີຍການເສຍຊິວິດ
    • ຊົດເຊີຍກໍລະນີພິການຖາວອນ

ໝາຍເຫດ: ປະກັນໄພລົດ ຄວາມຮັບພິຊອບທາງແພ່ງຕໍ່ບຸກຄົນສາມ ໃຫ້ການຄຸ້ມກັນສະເພາະຄວາມເສຍຫາຍຂອງບຸກຄົນ ຄົນອື່ນທີ່ໄດ້ຮັບ ຜົນກະທົບຈາກອຸປະຕິເຫດທີ່ທ່ານເປັນຕົ້ນເຫດ

ກວດເຊັກເບ້ຍປະກັນໄພລົດໂດຍມີຫລາຍແບບໃຫ້ທ່ານເລືອກດັ່ງນີ້: