ໂບຼກເກີ ກັບ ບໍລິສັດປະກັນໄພ ຕໍ່ປະກັນກັບໃຜດີ

5 ข้อดีของการทำ “ประกันรถยนต์” ที่คุณอาจคาดไม่ถึง - ข่าวในวงการรถยนต์ - Autospinn.com

ໂບຼກເກີ VS ບໍລິສັດປະກັນໄພ

ການຊື້ປະກັນໄພລົດດຽວນີ້, ພວກເຮົາບໍ່ຈຳເປັນຕ້ອງເຂົ້າຫາບໍລິສັດປະກັນໄພຄືໃນອະດີດ ເພາະວ່າ ຕອນນີ້ມີການເຮັດປະກັນໄພລົດຜ່ານຊ່ອງທາງ online ຊ່ວຍປະຢັດເວລາ ປະຫຍັດຄ່າໃຊ້ຈ່າຍ ແຖມກັບສະດວກສະບາຍກວ່າເກົ່າ ບໍ່ຈຳ ເປັນຕ້ອງຕິດຕໍ່ກັບບໍລິສັດປະກັນໄພໂດຍກົງຄືທີ່ຜ່ານໆມາ

ຊື່ງການເຮັດປະກັນໄພ online ຫຼື ການເຮັດແບບຜ່ານເວັບໄຊທ໌ ຂອງບໍລິສັດປະກັນໄພ ປະກັນໄພໂດຍຕົງຢ່າງມິດແທ້ ກັບການ ຄຸ້ມຄອງທີ່ຜ່ານໂບຼກເກີ ເຊິ່ງຫຼາຍຄົນອາດຈະສົງໃສ ເມື່ອມີເວບໄຊທ໌ຂອງບໍລິສັດປະກັນໄພໃຫ້ພວກເຮົາເຮັດປະກັນໄພແບບນີ້ ເປັນຫຍັງຂ້ອຍຕ້ອງຕິດຕໍ່ໂບຼກເກີໃຫ້ເສຍຄ່າບໍລິການເພີ່ມເຮັດຫັຍງ ການໄດ້ຮັບປະກັນໄພໂດຍກົງຜ່ານບໍລິສັດປະກັນໄພມັນດີກວ່າຢູ່ແລ້ວ ນີ້ແມ່ນຄວາມເຂົ້າໃຈຜິດຂອງຫຼາຍໆຄົນ. ເຊິ່ງມື້ນີ້ພວກເຮົາຈະມາຊີ້ແຈງເຊິ່ງກັນ ແລະ ກັນເພື່ອເບິ່ງວ່າ ເຮັດປະກັນໄພຜ່ານບໍລິສັດປະກັນ ຫຼື ໂບຼກເກີ ອັນໃດທີ່ດີກວ່າ

ໂບຼກເກີ ແມ່ນຫຍັງ? ມີໜ້າທີ່ຕ້ອງເຮັດຫັຍງແດ່

ໂບຼກເກີປະກັນໄພ ແມ່ນນາຍໜ້າປະກັນໄພນັ້ນແຫລະ ຊື່ງຄົນທີ່ຈະມາເປັນໂບຼກເກີ ຕ້ອງມີຄວາມຮູ້ກ່ຽວກັບປະກັນໄພລົດພໍສົມຄວນ ຮູ້ວ່າການປະກັນໄພແຕ່ລະອັນແມ່ນຫຍັງ ແຕກຕ່າງຈາກໂຕອື່ນແນວໃດລາຄາເທົ່າໃດ, ແລະ ເໝາະ ສົມກັບໃຜ? ເພື່ອໃຫ້ສາມາດໃຫ້ຂໍ້ມູນແກ່ລູກຄ້າຜູ້ທີ່ຈະມາເຮັດປະກັນໄພ ແລະ ສາມາດໃຫ້ ຄຳແນະນຳ ແລະ ປຶກສາໃນເວລາດຽວກັນ

ໂດຍ ໂບຼກເກີ ບໍ່ແມ່ນພຽງແຕ່ຂາຍປະກັນໄພໃຫ້ຈົບໄປເທົ່ານັ້ນ ແລະ ເພາະວ່າໂບຼກເກີ ຕ້ອງໄດ້ຮັກສາຜົນປະໂຫຍດໃຫ້ຜູ້ເຮັດປະກັນໄພຄືກັບພວກເຮົາອີກຕ່າງຫາກ. ຍ້ອນສິ່ງນີ້, ຢ່າລືມວ່າໂບຼກເກີ ແມ່ນຜູ້ກາງ ທຸລະກິດຂອງລູກຄ້າຈະຢູ່ລອດ ນັ້ນ ໝາຍຄວາມວ່າພວກເຮົາຕ້ອງໄດ້ຮັບຄວາມພຶງພໍໃຈຈາກລູກຄ້າກ່ອນ ສະນັ້ນ ຕ້ອງເຮັດທຸກຢ່າງເພື່ອຕອບໂຈດ ຄວາມຕ້ອງການຂອງພວກເຮົາ ແລະ ບໍລີການພວກເຮົາໃຫ້ດີທີ່ສຸດ ເອົາໃຈຜູ້ບໍລິໂພກຄືພວກເຮົາຫຼາຍທີ່ສຸດ

ຊື່ງໂບຼກເກີ ປະກັນໄພ ມີໜ້າ ທີ່ນັບແຕ່ການໃຫ້ຂໍ້ມູນດ້ານທາງກົດໝາຍ ກ່ຽວກັບປະກັນໄພລົດ ສ້າງຕາຕະລາງເພື່ອປຽບທຽບລາຄາປະກັນໄພ ປຽບທຽບໂປຼໂມຊັ້ນຂອງບໍລິສັດປະກັນໄພເຈົ້າໃດດີ ແລະ ປຽບທຽບການຄຸ້ມຄອງ ລວມທັງມູນຄ່າ ເພື່ອຮັບປະກັນແຕ່ລະບໍລິສັດອີກດ້ວຍ

ເມື່ອພວກເຮົາຕັດສິນໃຈເຮັດປະກັນໄພກັບໂບຼກເກີ ເຫຼົ່ານີ້ ພວກເຂົາຈະເປັນຜູ້ປະສານງານທຸກຢ່າງເພື່ອພວກເຮົາຢ່າງສົມບູນ. ພວກເຮົາບໍ່ຈຳເປັນຕ້ອງເມື່ອຍ, ເຮັດຫຍັງໂດຍຕົນເອງ.

ຊື້ປະກັນໄພຜ່ານໂບຼກເກີ ດີກ່ວາຊື້ຜ່ານບໍລິສັດປະກັນໄພ ຫຼາຍ

ຫຼັງຈາກທີ່ເຂົ້າໃຈກັນແລ້ວວ່າໂບຼກເກີ ເຮັດຫຍັງແດ່ ທີ່ນີ້ມາເຖິງຂໍ້ດີຂອງການເຮັດປະກັນໄພຜ່ານໂບຼກເກີ ເຊິ່ງສາມາດຮັບປະກັນທ່ານໄດ້ວ່າແຕ່ລະລາຍການຄຸ້ມຄ່າກວ່າການເຮັດປະກັນໄພຜ່ານບໍລິສັດປະກັນໄພຫຼາຍ!

  1. ໄດ້ລາຄາຖືກລົງ

ບໍ່ເຊື່ອກະຕ້ອງ ເຊື່ອວ່າການຊື້ປະກັນໄພຜ່ານໂບຼກເກີ ຈະເຮັດໃຫ້ພວກເຮົາໄດ້ເບ້ຍປະກັນໄພທີ່ຖືກລົງ ເພາະຕາມທີ່ ຮູ້ວ່າ ມື້ ໜຶ່ງ ໂບຼກເກີຕ້ອງຕິດຕໍ່ຫາຊື້ປະກັນໄພກັບບໍລີສັດປະກັນຫຼາຍຮ້ອຍພັນສັນຍາຕໍ່ມື້ ເຮັດໃຫ້ເຂົາໄດ້ສ່ວນຫຼຸດ ຈາກບໍລິສັດປະກັນໄພ. ນີ້ແມ່ນບ່ອນທີ່ພວກເຮົາສາມາດຊື້ປະກັນໄພລາຄາຖືກກວ່າ ແຕກຕ່າງກັບຊື້ໂດຍກົງຈາກບໍລິສັດປະກັນໄພ, ທີ່ເຮົາຊື້ລົດພຽງແຕ່ ໜຶ່ງຫາສາມຄັນໃນແຕ່ລະຄັ້ງ (ອີງຕາມຈຳນວນລົດທີ່ພວກເຮົາມີ), ເຮັດໃຫ້ບໍ່ໄດ້ຮັບສ່ວນຫຼຸດຫຼາຍຄືກັບໂບຼກເກີ

  1. ຊ່ວຍໃນການປົກປ້ອງສິດທິຂອງພວກເຮົາທັງໝົດ

ການໃຊ້ລົດໃຊ້ຖະໜົນ ບາງຄັ້ງກໍ່ເກີດຂື້ນແບບເຮົາບໍ່ຄາດຄິດ ເຊິ່ງບໍລິສັດປະກັນໄພບໍ່ຕ້ອງການໃຫ້ພວກເຮົາຮ້ອງເຄມຫຼືເສຍຫາຍ ເພາະມັນແມ່ນຄ່າໃຊ້ຈ່າຍຂອງທາງບໍລິສັດປະກັນ ສະນັ້ນທາງບໍສັດປະກັນ ພະຍາຍາມ ບໍ່ໃຫ້ເວົ້າເຖິງສິດທິຕ່າງໆ ເຮັດໃຫ້ພວກເຮົາພາດບາງສິ່ງທີ່ດີ, ແຕ່ວ່າໂບຼກເກີ ປະກັນໄພແມ່ນຄົນກາງເຊິ່ງຈະເປັນຜູ້ເນາະນຳ ແລະ ຊ່ວຍຫາທາງ ແລະ ຊ່ວຍພວກເຮົາທຸກຢ່າງໃນການລົມກັບບໍລິສັດປະກັນໄພ ເພາະວ່າໂບຼກເກີ ຮູ້ຂໍ້ມູນຂ່າວສານ ແລະ ກົດໝາຍ ລວມເຖິງການຄຸ້ມຄອງໃນໃນແຕ່ລະປະກັນໄພແຕ່ລະປະເພດເປັນຢ່າງດີ

  1. ມີການບໍລິການພິເສດຕ່າງໆໃຫ້

ນອກຈາກໂບຼກເກີປະກັນໄພຈະມີລາຄາປະກັນໄພລົດຂອງແຕ່ລະບໍລິສັດເພື່ອປຽບທຽບເຊິ່ງກັນ ແລະ ກັນແລ້ວ ແລະ ຍັງມີບໍລິການພິເສດຫຼາຍຢ່າງເພື່ອຊ່ວຍລູກຄ້າອີກຫຼາກຫຼາຍ, ມີໂປໂມຊັ່ນ 0% ແລະ ຍັງມີບໍລິການອື່ນໆ ຈະຊ່ວຍໃນການເຄມເງີນໃຫ້ລູກຄ້າ. ນີ້ແມ່ນເຫດຜົນທີ່ພວກເຮົາຄວນຈະໄດ້ຮັບປະກັນໄພລົດຜ່ານໂບຼກເກີປະກັນໄພ

ສຳລັບໝູ່ເພື່ອນທີ່ກຳລັງຊອກຫາຢູ່ ປະກັນໄພລົດລາຄາຖືກປະຢັດ ເພື່ອຄຸ້ມຄອງ ແລະຄວາມປອດໄພ ໃນຊີວິດຂອງທ່ານເອງ. ກໍສາມາເຂົ້າມາຫາພວກເຮົາໄດ້ເລີຍພວກເຮົສຍິນດີໃຫ້ຄຳປືກສາ ແລະໃຫ້ຂໍ້ມູນທ່ານ ຫຼື ສາມາດຕິດໄດ້ທີ່ເບີ 020 5989 9542