ອາລິອັນສ໌ ປະກັນໄພລາວ

ອາລິອັນສ໌ ປະກັນໄພລາວ

ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ຖືກສ້າງຕັ້ງຂຶ້ນໃນປີ 1990 ເປັນບໍລິສັດຮ່ວມທຶນ ລະຫວ່າງ ກະຊວງ ການເງິນ ແຫ່ງ ສປປ ລາວ ກັບ ບໍລິສັດ Allianz Finance 2 Luxembourg SARL ຊຶ່ງເປັນບໍລິສັດລະດັບນໍາໜ້າ ຂອງໂລກໃນການໃຫ້ບໍລິການທາງດ້ານການເງິນ ແລະ ການປະກັນໄພ.

ໃນປັດຈຸບັນ, ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ໃຫ້ການຕອບສະໜອງຜະລິດຕະພັນປະກັນໄພຢ່າງຮອບ ດ້ານໃນຫຼາຍຂົງເຂດ ແກ່ລູກຄ້າທີ່ເປັນລາຍບຸກຄົນ ລວມທັງລູກຄ້າ ທີ່ເປັນນິຕິບຸກຄົນ ກໍ່ຄືບໍລິສັດ. ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ) ໄດ້ພັດທະນາຜະລິດຕະພັນປະກັນໄພຫຼາຍດ້ານ ເພື່ອຕອບສະໜອງຄວາມ ຕ້ອງການຂອງລູກຄ້າ ຊຶ່ງໃນນັ້ນ ລວມມີ ປະກັນໄພລົດ, ປະກັນໄພທີ່ຢູ່ອາໄສ ແລະ ປະກັນສຸຂະພາບຊຶ່ງເປັນຄວາມ ສ່ຽງອັນຕົ້ນຕໍສໍາລັບປະຊາຊົນ ແລະ ທັງເປັນການປະກອບສ່ວນຕໍ່ການພັດທະນາສັງຄົມ. ນອກນີ້ ບປລ ຍັງມີ ການບໍລິການປະກັນໄພຄຸ້ມກັນຄວາມສ່ຽງ ສໍາລັບປະເພດທຸລະກິດ, ສໍາລັບນັກລົງທືນ ທັງພາຍໃນ ແລະ ຕ່າງປະເທດ ທີ່ຄອບຄຸມຕັ້ງແຕ່ທຸລະກິດຂະໜາດນ້ອຍໄປຈົນເຖິງໂຄງການກໍ່ສ້າງພັດທະນາ ແລະ ໂຄງລ່າງພື້ນຖານ ຂອງປະເທດ.

ຊື່ຂອງບໍລິສັດ

ບໍລິສັດ ອາລິອັນສ໌ ປະກັນໄພລາວ (ບປລ)

ສ້າງຕັ້ງຂື້ນໃນປີ

1990

ປະເພດຂອງບໍລິສັດ

ເປັນບໍລິສັດ ຮ່ວມທຶນລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວຖືຫຸ້ນ 49% ແລະ ບໍລິສັດ Allianz Finance 2 Luxembourg SARL ຖືຫຸ້ນ 51%.

ຂົງເຂດທຸລະກິດ

ຜູ້ຊ່ຽວຊານ ດ້ານການໃຫ້ບໍລິການ ປະກັນໄພ.

KX ປະກັນໄພ ໃຫ້ບໍລິການປະກັນໄພຂອງ ອາລິອັນສ໌ ປະກັນໄພລາວ ຫລາກຫລາຍປະກັນໄພໃຫ້ທ່ານເລືອກ