tip

ສີ່ງທີ່ຕ້ອງກວດເຊັກ ເມື່ອລົດຕ້ອງລຸຍຝົນ

ການຮັກສາລົດໃນລະດູຝົນທີ່ເຈົ້າຂອງລົດບໍ່ຄວນລະເລີຍມີຫຍັງແນ່? ເມື່ອລະດູຝົນມາຮອດ ນອກຈາກບັນຫານໍ້າຖ້ວມທີ່ສົ່ງຜົນໃຫ້ການເດີນທາງຫຍຸ້ງຍາກ ລວມທັງການສັນຈອນແອອັດ ອີກສິ່ງໜຶ່ງທີ່ຄວນເອົາໃຈໃສ່ແມ່ນ ການຂັບຂີ່ດ້ວຍຄວາມລະມັດລະວັງ ຖ້າທ່ານບໍ່ຢາກໃຫ້ອຸບັດຕິເຫດທີ່ບໍ່ຄາດຄິດເກີດຂຶ້ນ.ນອກຈາກນີ້, ອີກໜຶ່ງບັນຫາທີ່ມັກເກີດຂຶ້ນກັບລົດໃນລະດູຝົນທີ່ບໍ່ສາມາດຫຼີກລ່ຽງໄດ້ແມ່ນ ການເບິ່ງແຍງລົດໃຫ້ເຫມາະສົມ ເພາະວ່າອາດຈະສ້າງຄວາມເສຍຫາຍທີ່ມີຄ່າໃຊ້ຈ່າຍສ້ອມແປງສູງໄດ້. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ລົດຄູ່ໃຈ ຕ້ອງເກີດບັນຫາທີ່ຍາກເກີນຈະຈັດການ. ເຮົາມີວິທີການເບິ່ງແຍງລົດໃນຊ່ວງລະດູຝົນມາແບ່ງປັນດັ່ງນີ້: ກວດເຊັກໄດສະຕາດ ກວດສອບໄດ້ໂດຍການບິດກະແຈເລີ່ມສະຕາດລົດ ຖ້າລະບົບໄດສະຕາດເຮັດວຽກຊ້າລົງ ​ໝາຍ​ຄວາມ​ວ່າ ນ້ຳຝົນມີສ່ວນເຮັດໃຫ້ເກີດປັນຫາ ແລະ ຖ້າປະໄວ້ອາດຈະສ້າງຄວາມເສຍຫາຍໃຫ້ແກ່ລົດ ລວມໄປເຖິງອຸປະຕິເຫດທາງລົດໄດ້ ເຊິ່ງສາມາດແກ້ໄຂໄດ້ໂດຍການຖອດໄດສະຕາດອອກມາທໍາຄວາມສະອາດ. ກວດເຊັກລະບົບເບກລົດ ຖ້າພົບວ່າເມື່ອເບກແລ້ວລົດຍັງເລື່ອນໄປທາງໜ້າ ຫລື ສະບັດໄປທາງຊ້າຍ-ຂວາ ຕ້ອງຮີບຟ້າວໄປກວດກາທັນທີ ເພາະຖ້າປະໄວ້ຈະເຮັດໃຫ້ເກີດອຸບັດຕິເຫດລົດໃຫຍ່ໄດ້. ກວດເຊັກຢາງລົດ ໃນກໍລະນີທີ່ຢາງລົດຖືກໃຊ້ມາເປັນເວລາຫຼາຍກວ່າ 3 ປີຂື້ນໄປ ມັນອາດເຮັດໃຫ້ເສື່ອມສະພາບ ບໍ່ມີຄວາມຍືດຍຸ່ນໃນການຍຶດເກາະຖະຫນົນ ສະນັ້ນໃນເວລາທີ່ເບກກະທັນຫັນ ຫລື ເບຣກແຮງຈະເຮັດໃຫ້ເກີດການເລື່ອນໄຖ ເພາະສະນັ້ນຄວນກວດສອບຢາງວ່າບາງກວ່າ 2.5 ມມ ຫລື ບໍ່ ເພື່ອທ່ານສາມາດຂັບຂີ່ໃນພື້ນທີ່ທີ່ມີນ້ຳຂັງໄດ້ຢ່າງປອດໄພ ແລະມີການຮີດນໍ້າອອກໄດດີ ບໍ່ເສຍການຊົງໂຕໃນຂະນະທີ່ລົດຂອງທ່ານຢູ່ເທີງແຄມທາງທີ່ມີນ້ຳນອງ ກວດເຊັກລະບົບປັດນ້ຳຝົນ ເຄື່ອງປັດນ້ຳຝົນແມ່ນອີກສິ່ງໜຶ່ງທີ່ບໍ່ຄວນລະເລີຍເຊັ່ນກັນ ໂດຍການກວດສອບວ່າຢາງຂອງເຄື່ອງປັດນ້ຳຝົນແມ່ນຢູ່ໃນສະພາບສາມາດເຮັດວຽກ ຫຼື ບໍ່ ເຊິ່ງຖ້າປັດແລ້ວບໍ່ລຽບ, ເປັນຄື້ນ ລວມທັງມີສຽງດັງ ແນະນຳໃຫ້ປ່ຽນແນວປັດນ້ຳຝົນເພື່ອຄວາມປອດໄພຂອງການຂັບຂີ່ໃນລະດູຝົນ. […]

5 ສິ່ງທີ່ຕ້ອງຫ້າມເດັດຂາດ ການປະກັນໄພ

ຖ້າທ່ານຄິດວ່າເມື່ອທ່ານມີປະກັນໄພລົດທ່ານຈະສາມາດຂັບລົດແນວໃດກໍ່ໄດ້ ເຖິງຈະເກີດອຸບັດຕິເຫດປະກັນໄພຈະໃຫ້ການຄຸ້ມຄອງຢູ່ດີ, ທ່ານກຳລັງຄິດຜິດ!! ເພາະມີຢູ່ບາງກໍລະນີ ຕໍ່ໃຫ້ທ່ານເຮັດປະກັນລົດຊັ້ນ 1 ກໍ່ຈະບໍ່ໄດ້ຮັບການຄຸ້ມຄອງ. ເຊິ່ງຈະມີກໍລະນີໃດແນ່ນັ້ນເຮົາໄປເບິ່ງພ້ອມກັນເລີຍ: 1. ບໍ່ມີໃບຂັບຂີ່, ໃບຂັບຂີ່ໝົດອາຍຸ ຫຼື ໃບຂັບຂີ່ຜິດປະເພດ ຂໍ້ທຳອິດທີ່ສຳຄັນກໍຄືໃບຂັບຂີ່ນັ້ນເອງ, ຫາກທ່ານບໍ່ມີໃບຂັບຂີ່ ຫຼື ໃບຂັບຂີ່ໝົດອາຍຸ ປະກັນໄພຈະບໍ່ຮັບຜິດຊອບຢ່າງແນ່ນອນ. ສຳລັບໃບຂັບຂີ່ຜິດປະເພດມັນກໍຄືກັບການເອົາປີ້ຍົນໄປຂຶ້ນປີ້ລົດເມຫັ້ນລະ ມັນກໍ່ບໍ່ສາມາດແທນກັນໄດ້ ສະນັ້ນການຂັບຂີ່ລົດຕ້ອງເບິ່ງວ່າຕົນເອງມີໃບອະນຸຍາດໃນການຂັບຂີ່ປະເພດໃດເຊັ່ນກັນ. 2. ເມົາແລ້ວຂັບ ການຖືວ່າເມົາແລ້ວຂັບ ແມ່ນປະລິມານທາດເຫຼົ້າໃນເລືອດທ່ານເກີນ 80 mg/100 ml, ນອກຈາກຈະຜິດກົດໝາຍຈະລາຈອນແລ້ວ ຖ້າອຸປະຕິເຫດເກີດຂື້ນມາ ທ່ານຈະບໍ່ໄດ້ຮັບການຄຸ້ມຄອງຈາກບໍລິສັດປະກັນໄພ. 3. ນຳເອົາລົດໄປໃຊ້ລາກ ຖ້າທ່ານໃຊ້ລົດຂອງທ່ານເພື່ອໄປໃຊ້ລາກລົດຄັນອື່ນ ທາງບໍລິສັດປະກັນໄພຖືວ່ານຳໃຊ້ລົດຜິດປະເພດ ຖ້າຄວາມເສຍຫາຍເກີດຂື້ນກັບລົດ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງໃດໆ ຍົກເວັ້ນລົດລາກທີ່ເຮັດປະກັນໄພໃນດ້ານນີ້ໂດຍສະເພາະ. 4. ນຳໃຊ້ລົດໄປໃຊ້ທາງຜິດກົດໝາຍ ຖ້າທ່ານນຳລົດໄປໃຊ້ໃນທາງຜິດກົດໝາຍ ບໍ່ວ່າຈະເປັນການນຳໄປເປັນພາຫະນະໃນການປຸ້ນຊັບ ຫລື ຂົນສົ່ງສີ່ງຂອງຜິດກົດຫມາຍ ແລ້ວເກີດອຸບັດຕິເຫດ ຫລື ຄວາມເສຍຫາຍຕໍ່ລົດໃນຂະນະນັ້ນ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງທ່ານເລີຍ. 5. ນໍາລົດໄປໃຊ້ຜິດປະເພດຈາກທີ່ກໍານົດໃນສັນຍາ ຖ້າທ່ານເອົາລົດທີ່ເຮັດປະກັນໄພໄປໃຊ້ນອກເໜືອຈາກທີ່ລະບຸສັນຍາ ເມື່ອອຸປະຕິເຫດເກີດຂື້ນແມ່ນຈະບໍ່ຄຸ້ມຄອງ ເຊັ່ນ: ສັນຍາປະກັນໄພລະບຸວ່າລົດນໍາໃຊ້ແບບສ່ວນບຸກຄົນ ແຕ່ນຳໄປໃຊ້ສຳລັບການດຳເນີນທຸລະກິດ […]

ຂໍ້ດີຂອງການເຮັດ “ປະກັນ”

ຖ້າເວົ້າເຖີງ “ການປະກັນໄພ” ກໍ່ຄື ການກະຈາຍຄວາມສ່ຽງ ນັ້ນເອງ. ຄວາມສ່ຽງທີ່ຈະບອກນີ້ໝາຍເຖິງຄວາມສ່ຽງທີ່ ໂຕເຮົາເອງ, ຢ່າຟ້າວສັບສົນເດີ້ວ່າແມ່ນຫຍັງຄື “ຄວາມສ່ຽງຂອງໂຕເຮົາເອງ” ເພາະຫຼາຍໆຄົນອາດຄຸ້ນເຄີຍກັບຄໍາວ່າການລົງທືນມີຄວາມສ່ຽງ ຕ້ອງບໍລິຫານຄວາມສ່ຽງ, ຕ້ອງ ກະຈາຍຄວາມສ່ຽງ ຕ່າງໆນານາ ບໍ່ວ່າຈະເປັນ “ການຊື້ດິນແລ້ວຂາຍອອກຍາກ” ຫຼື “ການເຮັດຕຶກອາຄານແລ້ວບໍ່ມີຄົນເຊົ່າ” ເຊິ່ງໃນຄວາມເປັນຈິງແລ້ວສິ່ງນີ້ກໍ່ຮ້ອງວ່າຄວາມສ່ຽງເຊັ່ນກັນ ແຕ່ເຂົາຈະຮ້ອງວ່າ “ຄວາມສ່ຽງຈາກການລົງທືນ”. ແຕ່ຄວາມສ່ຽງທີ່ພວກເຮົາເວົ້າເຖິງນີ້ແມ່ນ ຄວາມສ່ຽງທີ່ພວກເຮົາຈະເຈັບປ່ວຍ, ບໍ່ສະບາຍ ລວມທັງອຸບັດຕິເຫດທີ່ພວກເຮົາບໍ່ຄາດຄິດ. ໃຫ້ທ່ານລອງຄິດຕາມເຮົາເບີ່ງ ດຽວນີ້ເຕັກໂນໂລຢີການແພດກໍທັນສະໄຫມຫລາຍແລ້ວ ເຮົາກໍສາມາດສະບາຍໃຈໄດ້ລະດັບໜຶ່ງວ່າການປິ່ນປົວຕ້ອງເຊົາແນ່ນອນ ແຕ່ກໍຢ່າລືມວ່າຄ່າໃຊ້ຈ່າຍໃນການປິ່ນປົວກໍບໍ່ແມ່ນໜ້ອຍເດີ້ ຖ້າວ່າຜູ້ໃດບໍ່ໄດ້ກະກຽມມາກ່ອນກໍອາດເປັນໜີ້ເປັນສິນໄດ້ເລີຍ. ສົມມຸດວ່າເຮົາໄປກວດສຸຂະພາບແລ້ວພົບເຫັນເນື້ອງອກ ຫຼື ມະເລັງ ເຮັດໃຫ້ຕ້ອງຜ່າຕັດ ຖ້າພວກເຮົາບໍ່ມີການກະກຽມຫຍັງໄວ້ ແນ່ນອນວ່າເຮົາກໍຈໍາເປັນຕ້ອງເອົາຊັບສິນໄປປ່ຽນເປັນເງິນສົດເພື່ອຈ່າຍຄ່າຮັກສາ. ນັ້ນຈຶ່ງເປັນເຫດຜົນວ່າເປັນຫຍັງພວກເຮົາຄວນ “ກະຈາຍຄວາມສ່ຽງ” ອອກຈາກຕົວເຮົາ ແລະ ສີນຄ້າທາງການເງິນອັນດຽວທີ່ຈະຊ່ວຍທ່ານກະຈາຍຄວາມສ່ຽງໄດ້ມີພຽງແຕ່ ການປະກັນໄພ ເທົ່ານັ້ນ. ໃນທີ່ນີ້ໝາຍເຖິງ ປະກັນຊີວິດ, ປະກັນສຸຂະພາບ, ປະກັນໄພອຸປະຕິເຫດ ຫຼື ຈະເປັນການປະກັນສັງຄົມກໍໄດ້ ພຽງເພື່ອຮັບປະກັນວ່າເວລາຕ້ອງໄປໂຮງໝໍກໍມີຄົນຊ່ວຍຈ່າຍຄ່າຮັກສາ. ຈະດີບໍ່? ຖ້າເຮົາມີ ປະກັນໄພ ມາເປັນເບາະຊ່ວຍຮອງຮັບຄ່າໃຊ້ຈ່າຍ ໃຫ້ຮູ້ສຶກຄືຕົກລົງມາຈາກຕືກ […]

ວິທີຈັດລະບຽບເຮືອນເພື່ອປ້ອງກັນເຫດໄຟໄໝ້

ບັນຫາເລື່ອງໄຟໄໝ້ ສ້າງຄວາມເສຍຫາຍໃຫ້ກັບທັງຊັບສິນ ແລະ ຊີວິດມາຫຼາຍນັບບໍ່ຖ້ວນ ໂດຍສະເພາະໃນຍາມຮ້ອນເຊິ່ງອາກາດກໍອົບເອົ້າ ເພີ່ມຄວາມສ່ຽງໃນການເກີດໄຟໄໝ້ ເຫັນໄດ້ຈາກອາທິດທີ່ຜ່ານມາເກີດເຫດໄຟໄໝ້ຫຼາຍຄັ້ງທັງໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ກະຕ່າຍນ້ອຍ KX ຈຶ່ງໄດ້ລວມເອົາວິທີການຈັດລະບຽບເຮືອນ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້ມາຝາກ ຖືວ່າເປັນຄູ່ມືສຳລັບຄົນທີ່ກຳລັງກັງວົນໃຈຫ່ວງເຮືອນຊານບ້ານຊ່ອງໃນໄລຍະນີ້ກໍວ່າໄດ້. 1.ຄວາມເປັນລະບຽບ:  ການຈັດເຄື່ອງຂອງພາຍໃນເຮືອນ ແລະ ນອກເຮືອນໃຫ້ເປັນລະບຽບເປັນຈຸດເລີ່ມຕົ້ນທີ່ດີໃນການປ້ອງກັນໄຟໄໝ້ເຮືອນ ເພາະເຮືອນບາງຫຼັງບໍ່ມີການແຍກປະເທດເຄື່ອງຂອງ ມັກຈະນຳເອົາເຄື່ອງຂອງຕ່າງໆມາຢູ່ລວມກັນ ເຊິ່ງທ່ານອາດນຳເອົາຊະນວນທີ່ເຮັດໃຫ້ເກີດແປວໄຟໄປໄວ້ນຳວັດຖຸທີ່ຕິດໄຟງ່າຍໂດຍບໍ່ຮູ້ໂຕ. ສະນັ້ນ ຄວນແຍກສິ່ງຂອງທີ່ອາດເຮັດໃຫ້ເກີດປະກາຍໄຟ ຫຼື ຄວາມຮ້ອນກັບເຊື້ອໄຟຕ່າງໆອອກຈາກກັນ. ພ້ອມນັ້ນກໍໃຫ້ກຳຈັດວັດສະດຸທີ່ເປັນເຊື້ອໄຟທີ່ບໍ່ຈຳເປັນຕ້ອງໃຊ້ແລ້ວເຊັ່ນ: ເຈ້ຍເສດ, ໜັງສືພິມ ຫຼື ແຍກເກັບສານເຄມີທີ່ຕິດໄຟງ່າຍໄວ້ໃນບ່ອນທີ່ແຫ້ງ, ອາກາດຖ່ານເທສະດວກ, ຫ່າງຈາກແຫຼ່ງຄວາມຮ້ອນ. 2.ກວດກາອຸປະກອນ ແລະ ເຄື່ອງໃຊ້ໄຟຟ້າ:  ອຸປະກອນກ່ຽວກັບໄຟຟ້າບາງຢ່າງອາດມີອາຍຸການນຳໃຊ້ທີ່ດົນເກີນໄປ ແລະ ອາດສ່ຽງທີ່ຈະເຮັດໃຫ້ເກີດໄຟໄໝ້ໄດ້ຢ່າງ່າຍດາຍເຊັ່ນ: ສາຍໄຟທີ່ເກົ່າຫຼາຍ, ປັກໄຟທີ່ເປ່ເພ. ດ່ັງນັ້ນ ຄວນກວດກາໃຫ້ເຄື່ອງໃຊ້ໄຟຟ້າດັ່ງກ່າວໃຫ້ຢູ່ໃນສະພາບທີ່ສົມບູນ ຖ້າພົບວ່າສາຍໄຟຈີກຂາດ, ບຸ້ມ, ບວມ, ສີປ່ຽນ, ມີກິ່ນໄໝ້ ໃຫ້ສ້ອມແປງ ຫຼື ປ່ຽນໃໝ່ທັນທີ. ພ້ອມນັ້ນ ກໍບໍ່ຄວນສຽບປັກໄຟຫຼາຍອັນກັບເຕົ້າສຽບອັນດຽວ ຫຼື ສຽບປັກໄຟຄ້າງໄວ້ເປັນເວລາດົນ ແລະ ຄວນຕິດຕັ້ງເຄື່ອງຕັດກະແສໄຟຟ້າອັດຕະໂນມັດ. […]

ລວມພະຍາດທີ່ເກີດຈາກຍຸງ

ປະເທດລາວແມ່ນປະເທດທີ່ມີອາກາດຮ້ອນແລະຊຸ່ມ ເຊິ່ງ ເໝາະ ແກ່ການແຜ່ພັນຂອງຍຸງ ເຖິງແມ່ນວ່າພວກເຮົາເບິ່ງຍຸງເປັນສັດນ້ອຍໆ ແຕ່ຍຸງບາງຊິນິດເປັນອັນຕະລາຍຕໍ່ຊີວິດຂອງພວກເຮົາ ແລະ ສາມາດເວົ້າໄດ້ເລີຍວ່າຍູງເຫລົ່ານີ້ສາມາດເປເປັນພາຫະນຳໂຣກພະຍາດຫຼາຍຊະນິດມາສູ່ຄົນ ແລະບາງພະຍາດເປັນໂລກຮ້າຍແຮງໄດ້. ມື້ນີ້ KX ມາພ້ອມກັບ “ພະຍາດທີ່ເກີດຈາກຍຸງ” ວ່າມີພະຍາດຫຍັງແນ່ 1. ໄຂ້ເລືອດອອກ ບັນດາຜູ້ທີ່ຕິດເຊື້ອໄຂ້ເລືອດອອກແມ່ນຍຸງລາຍເປັນພາຫະທີ່ຕິດເຊື້ອໄວຣັດເດງກື (Dengue Virus)   ເຊິ່ງມີ 4 ສາຍພັນ. ເມື່ອຍຸງທີ່ຕິດເຊື້ອມາກັດພວກເຮົາ ພວກເຮົາອາດຈະເຈັບປ່ວຍເປັນໄຂ້ເລືອດອອກ. ໂດຍອາການຂອງພະຍາດ ແມ່ນ 5-8 ມື້ຫຼັງຈາກຖືກຍຸງກັດ ຈະມີໄຂ້ສູງ, ປວດເມື່ອຍຕາມຮ່າງກາຍ, ເບື່ອອາຫານ ມີເລືອດເລັກນ້ອຍກະແຈກຢູ່ອ້ອມແຂນ, ຂາ, ລຳໂຕ ແລະ ຂີ້ແຮ້ ແລະມີເລືອດດັງສິີດຳ ຫລື ມີເລຶອດອອກຕາມຮອຍແຂ້ວເຈັບພາຍໃຕ້ກະດູກຂ້າງຂວາໂດຍສະເພາະ ກົດແລະຮູ້ສຶກເຈັບປວດ ເກີດຈາກຕັບໃຫຍ່ 2. ໄຂ້ຊິກ້າ ເຊິ່ງຢູ່ໃນຕະກຸນຂອງ flavivirus, ເຊິ່ງເກີດຈາກຍຸງ ລາຍເປັນັັພາຫະນຳໂຣກ ໄລຍະຟັກຕົວເວລາຂອງອາການໄຂ້ຊິກ້າມີເວລາສະເລ່ຍປະມານ 4-7 ວັນ ອາການທີ່ພົບດຸແມ່ນມີໄຂ້, ເປັນຜື່ນແດງ, ເຍື້ອບຸຕາອັກເສບ, ປວດກ້າມເນື້ອ, ປວດຂໍ້, […]

ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ

ທ່ານເຄີຍສົງໄສບໍ່ ການມີລົດກວ່າຈະຜ່ອນຫມົດໃຊ້ເວລາຫລາຍປີ ເປັນຫຍັງຍັງຕ້ອງຈ່າຍຄ່າປະກັນໄພລົດທຸກໆປີອີກ, ບາງຄົນບໍ່ໄດຂັບຂີ່ລົດໄປໄກ ພຽງແຕ່ຂັບລົດຈາກບ້ານໄປບ່ອນເຮັດວຽກ ເປັນຫຍັງຍັງຕ້ອງຈ່າຍຄ່າເຫຼົ່ານີ້ເພີ່ມອີກ ແບບນີ້ບໍ່ເຮັດປະກັນໄພລົດໄດ້ຫລືບໍ່? ມື້ນີ້ KX broker ເພື່ອບອກເຫດຜົນທີ່ດີ ເພື່ອໃຫ້ທ່ານຮູ້ວ່າຖ້າລົດຂອງທ່ານບໍ່ມີປະກັນໄພ ຈະ​ເກີດ​ຫຍັງຂຶ້ນແນ່ ມາເບິ່ງກັນເລີຍ ບໍ່ເຮັດປະກັນໄພລົດໄດ້ບໍ່? ໄດ້ ຖ້າເປັນການປະກັນໄພລົດພາກສະໝັກໃຈ ເນື່ອງຈາກວ່າບໍ່ມີກົດໝາຍຂໍ້ໃດກຳນົດໃຫ້ເຮັດ ແຕ່ຖ້າວ່າມັນເປັນປະກັນໄພລົດພາກບັງຄັບ ຫຼື ພ ລ ບ ລົດທຸກຄັນຕ້ອງມີປະກັນໄພປະເພດນີ້. ເພື່ອໃຫ້ໄດ້ຮັບການຄຸ້ມຄອງໃນອຸປະຕິເຫດ ໃນຮູບແບບຂອງການຊົດເຊີຍທາງການແພດຕາມທີ່ໄດ້ກຳນົດໄວ້ ສິ່ງ​ທີ່ຈະ​ເກີດ​ຂຶ້ນ ຖ້າລົດຂອງທ່ານບໍ່ມີປະກັນໄພ ລົດຕິດຟາຍແນນບໍ່ໄດ້ ການມີລົດ 1 ຄັນຕ້ອງໃຊ້ເງີນຫຼາຍ ຖ້າຊື້ດ້ວຍເງິນສົດບໍ່ມີບັນຫາຫຍັງເລີຍ. ແຕ່ຖ້າທ່ານຕ້ອງການຈະຈ່າຍຜ່ອນເງີນກັບບໍລິສັດເງິນກູ້ນັ້ນຈຳເປັນຕ້ອງມີການປະກັນໄພລົດເພື່ອໃຫ້ກວມເອົາໄລຍະເວລາ ສຳລັບການຊຳລະຄ່າລົດເຊັ່ນກັນ. ເນື່ອງຈາກວ່າບໍລິສັດສິນເຊື່ອສ່ວນໃຫຍ່ຈະບັງຄັບໃຫ້ປະກັນໄພລົດຍົນເພື່ອຫຼຸດຜ່ອນຄວາມສ່ຽງຖ້າເກີດອຸບັດຕິເຫດ ແຕ່ວ່າບໍ່ໄດ້ບັງຄັບໃຫ້ໃຊ້ປະກັນໄພຊັ້ນໃດ ສະນັ້ນທ່ານສາມາດເລືອກຊື້ປະກັນໄພລົດໂດຍຕົວທ່ານເອງໂດຍສະໝັກ ໃຈ ເຊີ່ງໃຜກໍ່ຕ້ອງການຢາກໄດ້ປະກັນໄພທີ່ຄຸ້ມຄອງສູງ ລາຄາເບ້ຍປະກັນໄພຖືກ ຢ່າງໃດກໍ່ຕາມຢ່າລືມກວດກາເບິ່ງເບ້ຍປະກັນໄພລົດກ່ອນຊື້. ມີສະຕິ ແລະຂັບ ຂີ່ລະມັດລະວັງກວ່າແຕ່ກ່ອນ ຫຼາຍຄົນຄິດວ່າຕົນເອງຂັບລົດມາຫຼາຍປີແລ້ວຈົນຊຳນານ. ມິຄວາມລະມັດລະວັງ ແລະ ມີສະຕິໃນການຂັບຂີ່ຈົນບໍ່ຄິດວ່າຈະມີອຸບັດຕິເຫດ. ແຕ່ບໍ່ມີໃຜຮູ້ຂື້ນຊື່ວ່າອຸບັດຕິເຫດຈະເກີດຂື້ນໄດ້ສະເໝີ ອີກຢ່າງຖ້າເຮົາບໍ່ປະໝາດ ແຕ່ເຂົາປະໝາດກໍ່ໃຫ້ເກີດມີອຸບັດຕິເຫດໄດ້ເຊັ່ນກັນ ຈ່າຍຄ່າເສຍຫາຍ ແລະ ຄ່າສ້ອມແປງຈົນໝົດ […]

6 ສີ່ງຂອງອັນຕະລາຍ ທີ່ບໍ່ຄວນປະໄວ້ໃນລົດ

ເຊື່ອວ່າຫຼາຍຄົນໃຂ້ເວລາຢູ່ໃນລົດຄືກັບເຮືອນຫຼັງທີສອງ ມີທັງເຄື່ອງນຸ່ງ, ເກີບ ແລະ ອຸປະກອນເສີມອື່ນໆປະໄວ້ໃນລົດເພື່ອຄວາມສະດວກໃນການນຳໃຊ້ ງ່າຍຕໍ່ການນຳໃຊ້ ແຕ່ວ່າທ່ານຮູ້ບໍບາງສິ່ງບາງຢ່າງທີ່ບໍ່ຄວນປະໄວ້ໃນລົດ ເພາະມັນອາດຈະເຮັດໃຫ້ເກີດເຫດການທີ່ບໍ່ຄາດຄິດໄດ້ ວ່າແຕ່ມີຫຍັງແນ່ນັ້ນມື້ນີ້ ກະຕ່າຍນ້ອຍ KX broker ໄດ້ມີ 6 ຢ່າງທີ່ບໍ່ຄວນປະໄວ້ໃນລົດເລີຍ. ໄຟແຊັກ ສຳລັບຄົນຂັບລົດທີ່ເປັນສາຍສູບຢາມັກມີຢ່າງຫນື່ງງຢູ່ນຳເຈົ້າຢູ່ສະເໝີແມ່ນໄຟເເຊັກ ແຕ່ຖ້າເຈົ້າປະໄວ້ໃນລົດທີ່ຖືກແສງແດດມັນອາດຈະເກີດການບະເບັດຂື້ນໄດ້ເພາະວ່າໄຟແຊັກເປັນສີ່ງທີ່ຫ້າມຖີ້ມໄວ້ໃນອຸນຫະພູມືິ່ສູງກວ່າ 50 ອົງສາເຊ ຫຼື ປະໄວຖືກແດດເປັນເວລາດົນ. ແນ່​ນອນເມື່ອພວກເຮົາຈອດລົດຖືກແສງແດດແຮງໆນັ້ນ ອຸນຫະພູມພາຍໃນລົດສາມາດຂື້ນສູງເຖີງ 60 ອົງສາເຊ ສະນັ້ນ​ຫມາຍ​ຄວາມ​ວ່າ ພວກເຮົາບໍ່ຄວນລືມມັນໄວໃນລົດເດັດຂາດ. ປ໋ອງສະເປ ການເກັບມ້ຽນກະປ໋ອງສະເປໄວ້ໃນລົດ ໂດຍສະເພາະຄອນໂຊນດ້ານຫລັງ ແລະ ດ້ານໜ້າທີ່ຕິດກັບແວ່ນ ອາດຈະເຮັດໃຫ້ເກີດລະເບີດ ເພາະວ່າເມື່ອປ໋ອງສະເປເມື່ອຖືກຄວາມຮ້ອນໄດ້ຈາກແສງແດດຈະເຮັດໃຫ້ວັດສະດຸ ແລະ ສານເຄມີພ້ອມກັບແກັສພາຍໃນຂະຫຍາຍຕົວຈົນກ່ວາການລະເບີດເກີດຂື້ນ ແລະ ແຮງອັດອາດເຮັດໃຫ້ແວ່ນແຕກໄດ້ ຍິ່ງໄປກວ່ານັ້ນຖ້າລົດທີ່ໃຊ້gas ຢູ່ແລ້ວຍີ່ງເພີ່ມທະວີຄວາມແຮງຂອງລະເບີດເຖິງຂັ້ນວ່າມັນອາດເປັນອັນຕະລາຍເຖີງຊີວິດໄດ້ ຕຸກນ້ຳ ໃຜຈະເຊື່ອວ່າຕຸກນ້ຳໃນລົດພຽງແຕ່ຕຸກດຽວ ມັນສາມາດເຮັດໃຫ້ເກີດໄຟໄໝ້ລົດໄດ້. ແຕ່ນີ້ແມ່ນຄວາມຈິງ ເພາະວ່າເຄີຍມີຄົນທີ່ປະສົບກັບເລື່ອງນີ້ມາແລ້ວ ໄຟໄໝ້ເບາະບ່ອນນັ່ງຂອງລົດໄດ້ຮັບຄວາມເສຍຫາຍ. ສາເຫດຈອດລົດໄວ້ໃນບ່ອນຕາກແດດແລະມີຕຸກນໍ້າປະໄວ້ໃນລົດ ຕຸກນ້ຳຖືກກັບມຸມແສງແດດຈົນກາຍເປັນແວ່ນຂະຫຍາຍທີ່ລວມແສງໄວ້ບ່ອນດຽວ ໃນເວລາພຽງ 7 ນາທີ, ມັນອາດຈະເຮັດໃຫ້ເກີດໄຟໄໝ້ສີ່ງຂອງໃນລົດໄດ້. ໂທລະສັບ ໂທລະ​ສັບ​ມື​ຖື […]