ສີ່ງທີ່ຕ້ອງກວດເຊັກ ເມື່ອລົດຕ້ອງລຸຍຝົນ

ການຮັກສາລົດໃນລະດູຝົນທີ່ເຈົ້າຂອງລົດບໍ່ຄວນລະເລີຍມີຫຍັງແນ່?

ເມື່ອລະດູຝົນມາຮອດ ນອກຈາກບັນຫານໍ້າຖ້ວມທີ່ສົ່ງຜົນໃຫ້ການເດີນທາງຫຍຸ້ງຍາກ ລວມທັງການສັນຈອນແອອັດ ອີກສິ່ງໜຶ່ງທີ່ຄວນເອົາໃຈໃສ່ແມ່ນ ການຂັບຂີ່ດ້ວຍຄວາມລະມັດລະວັງ ຖ້າທ່ານບໍ່ຢາກໃຫ້ອຸບັດຕິເຫດທີ່ບໍ່ຄາດຄິດເກີດຂຶ້ນ.ນອກຈາກນີ້, ອີກໜຶ່ງບັນຫາທີ່ມັກເກີດຂຶ້ນກັບລົດໃນລະດູຝົນທີ່ບໍ່ສາມາດຫຼີກລ່ຽງໄດ້ແມ່ນ ການເບິ່ງແຍງລົດໃຫ້ເຫມາະສົມ ເພາະວ່າອາດຈະສ້າງຄວາມເສຍຫາຍທີ່ມີຄ່າໃຊ້ຈ່າຍສ້ອມແປງສູງໄດ້.

ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ລົດຄູ່ໃຈ ຕ້ອງເກີດບັນຫາທີ່ຍາກເກີນຈະຈັດການ. ເຮົາມີວິທີການເບິ່ງແຍງລົດໃນຊ່ວງລະດູຝົນມາແບ່ງປັນດັ່ງນີ້:

ກວດເຊັກໄດສະຕາດ

ກວດສອບໄດ້ໂດຍການບິດກະແຈເລີ່ມສະຕາດລົດ ຖ້າລະບົບໄດສະຕາດເຮັດວຽກຊ້າລົງ ​ໝາຍ​ຄວາມ​ວ່າ ນ້ຳຝົນມີສ່ວນເຮັດໃຫ້ເກີດປັນຫາ ແລະ ຖ້າປະໄວ້ອາດຈະສ້າງຄວາມເສຍຫາຍໃຫ້ແກ່ລົດ ລວມໄປເຖິງອຸປະຕິເຫດທາງລົດໄດ້ ເຊິ່ງສາມາດແກ້ໄຂໄດ້ໂດຍການຖອດໄດສະຕາດອອກມາທໍາຄວາມສະອາດ.

ກວດເຊັກລະບົບເບກລົດ

ຖ້າພົບວ່າເມື່ອເບກແລ້ວລົດຍັງເລື່ອນໄປທາງໜ້າ ຫລື ສະບັດໄປທາງຊ້າຍ-ຂວາ ຕ້ອງຮີບຟ້າວໄປກວດກາທັນທີ ເພາະຖ້າປະໄວ້ຈະເຮັດໃຫ້ເກີດອຸບັດຕິເຫດລົດໃຫຍ່ໄດ້.

ກວດເຊັກຢາງລົດ

ໃນກໍລະນີທີ່ຢາງລົດຖືກໃຊ້ມາເປັນເວລາຫຼາຍກວ່າ 3 ປີຂື້ນໄປ ມັນອາດເຮັດໃຫ້ເສື່ອມສະພາບ ບໍ່ມີຄວາມຍືດຍຸ່ນໃນການຍຶດເກາະຖະຫນົນ ສະນັ້ນໃນເວລາທີ່ເບກກະທັນຫັນ ຫລື ເບຣກແຮງຈະເຮັດໃຫ້ເກີດການເລື່ອນໄຖ ເພາະສະນັ້ນຄວນກວດສອບຢາງວ່າບາງກວ່າ 2.5 ມມ ຫລື ບໍ່ ເພື່ອທ່ານສາມາດຂັບຂີ່ໃນພື້ນທີ່ທີ່ມີນ້ຳຂັງໄດ້ຢ່າງປອດໄພ ແລະມີການຮີດນໍ້າອອກໄດດີ ບໍ່ເສຍການຊົງໂຕໃນຂະນະທີ່ລົດຂອງທ່ານຢູ່ເທີງແຄມທາງທີ່ມີນ້ຳນອງ

ກວດເຊັກລະບົບປັດນ້ຳຝົນ

ເຄື່ອງປັດນ້ຳຝົນແມ່ນອີກສິ່ງໜຶ່ງທີ່ບໍ່ຄວນລະເລີຍເຊັ່ນກັນ ໂດຍການກວດສອບວ່າຢາງຂອງເຄື່ອງປັດນ້ຳຝົນແມ່ນຢູ່ໃນສະພາບສາມາດເຮັດວຽກ ຫຼື ບໍ່ ເຊິ່ງຖ້າປັດແລ້ວບໍ່ລຽບ, ເປັນຄື້ນ ລວມທັງມີສຽງດັງ ແນະນຳໃຫ້ປ່ຽນແນວປັດນ້ຳຝົນເພື່ອຄວາມປອດໄພຂອງການຂັບຂີ່ໃນລະດູຝົນ. ສິ່ງທີ່ສຳຄັນແມ່ນກວດເຊັກກະບອກສີດວ່າມີນ້ຳຢູ່ ຫລື ບໍ່.

ກວດກາຖັງນໍ້າມັນ

ໃຫ້ກວດເບິ່ງວ່ານ້ຳມັນເຄື່ອງ ຫລື ນ້ຳມັນເກຍມີນ້ຳເຂົ້າໄປ ຫລື ບໍ່. ຖ້າມີນ້ຳເຂົ້າມາໃນບໍລິເວນນີ້ ມີສ່ວນເຮັດໃຫ້ການເຮັດວຽກເຄື່ອງຈັກຜິດພາດ ແລະ ມີສ່ວນເຮັດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນໄດ້.

ກວດເຊັກຂອບຢາງປະຕູ.

ເພື່ອປ້ອງກັນບໍ່ໃຫ້ເກີດການໄຫຼຊືມຂອງນໍ້າຝົນເຂົ້າໄປໃນລົດ ຄວນກວດເຊັກໃຫ້ດີວ່າຂອບຢາງປະຕູແມ່ນເຊື່ອມສະພາບແລ້ວ ຫລື ບໍ່.

ກວດເບິ່ງໄຟສັນຍານ

ອີກຢ່າງໜຶ່ງທີ່ບໍ່ຄວນລະເລີຍເຊັ່ນກັນຄືການກວດເຊັກສັນຍານໄຟ ບໍ່ວ່າຈະເປັນ ໄຟຫນ້າລົດ, ໄຟທ້າຍ, ສັນຍານລ້ຽວ, ລວມທັງໄຟລີ່ ວ່າຢູ່ໃນສະພາບການໃຊ້ງານໄດ້ ຫຼື ບໍ່ ສິ່ງສຳຄັນແມ່ນຕ້ອງມີຄວາມສະຫວ່າງພຽງພໍ.

ກວດເຊັກເຄື່ອງຕອງອາກາດ.

ຖ້າຂັບຂີ່ລົດຜ່າຝົນ ຫລື ນໍ້າຖ້ວມ ແນະນຳໃຫ້ກວດເບິ່ງລະບົບຕອງອາກາດ ວ່າມີສະພາບພ້ອມໃຊ້ງານ ຫລື ບໍ່.

ຝົນຕົກໜັກຖືວ່າເປັນເຫດການທໍາມະຊາດທີ່ບໍ່ສາມາດຄວບຄຸມໄດ້ ເພາະສະນັ້ນຄົນທີ່ໃຊ້ລົດໃຊ້ຖະໜົນຕ້ອງກຽມພ້ອມຮັບມືກັບທຸກໆສະຖານະການ. ໃນກໍລະນີຂີ່ລົດຜ່າຝົນມາ ແນະນຳໃຫ້ລ້າງລົດໂດຍດ່ວນ. ໂດຍການໃຊ້ແຊມພູກັບຟອງນໍ້າ ເພື່ອທຳຄວາມສະອາດສີ່ງສົກກະປົກຕ່າງໆທີ່ມາກັບຝົນ ລວມທັງການປ້ອງກັນບໍ່ໃຫ້ເກີດຮອຍປົນເປື້ອນຝັງແຫນ້ນ ແລະຍັງຊ່ວຍຮັກສາສີລົດໃຫ້ຄົງຄຸນນະພາບເກົ່າ. ນອກນີ້ການໃຊ້ຜ້າຄຸມລົດຍັງສາມາດຊ່ວຍປ້ອງກັນລົດຈາກນ້ຳຝົນ ແລະ ລັງສີ UV ຈາກແສງແດດ ແລະ ເພື່ອຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນໃນຊ່ວງທີ່ຝົນ ຖະຫນົນຫມື່ນ ເອີ້ນວ່າສະພາບອາກາດບໍ່ເປັນໃນການຂັບຂີ່  ຮຽກຮ້ອງໃຫ້ຂັບຂີ່ລົດດ້ວຍຄວາມລະມັດລະວັງ ຢ່າຂັບລົດໄວເກີນໄປ ແລະເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ ລວມທັງປະກັນໄພລົດ ມັນແມ່ນສິ່ງທີ່ບໍ່ຄວນເບິ່ງຂ້າມເຊັ່ນດຽວກັນ KX ມີປະກັນໄພລົດຈາກຫຼາຍບໍລິສັດຊັ້ນນຳມາພ້ອມກັບຂໍ້ສະເໜີ ທີ່ດີຫຼາຍ ແລະການຄຸ້ມຄອງທີ່ສົມບູນແບບ ກົດເລີຍ ຫລື ໂທ 021411168-9