6 ສີ່ງຂອງອັນຕະລາຍ ທີ່ບໍ່ຄວນປະໄວ້ໃນລົດ

ເຊື່ອວ່າຫຼາຍຄົນໃຂ້ເວລາຢູ່ໃນລົດຄືກັບເຮືອນຫຼັງທີສອງ ມີທັງເຄື່ອງນຸ່ງ, ເກີບ ແລະ ອຸປະກອນເສີມອື່ນໆປະໄວ້ໃນລົດເພື່ອຄວາມສະດວກໃນການນຳໃຊ້ ງ່າຍຕໍ່ການນຳໃຊ້ ແຕ່ວ່າທ່ານຮູ້ບໍບາງສິ່ງບາງຢ່າງທີ່ບໍ່ຄວນປະໄວ້ໃນລົດ ເພາະມັນອາດຈະເຮັດໃຫ້ເກີດເຫດການທີ່ບໍ່ຄາດຄິດໄດ້ ວ່າແຕ່ມີຫຍັງແນ່ນັ້ນມື້ນີ້ ກະຕ່າຍນ້ອຍ KX broker ໄດ້ມີ 6 ຢ່າງທີ່ບໍ່ຄວນປະໄວ້ໃນລົດເລີຍ.

  1. ໄຟແຊັກ

ສຳລັບຄົນຂັບລົດທີ່ເປັນສາຍສູບຢາມັກມີຢ່າງຫນື່ງງຢູ່ນຳເຈົ້າຢູ່ສະເໝີແມ່ນໄຟເເຊັກ ແຕ່ຖ້າເຈົ້າປະໄວ້ໃນລົດທີ່ຖືກແສງແດດມັນອາດຈະເກີດການບະເບັດຂື້ນໄດ້ເພາະວ່າໄຟແຊັກເປັນສີ່ງທີ່ຫ້າມຖີ້ມໄວ້ໃນອຸນຫະພູມືິ່ສູງກວ່າ 50 ອົງສາເຊ ຫຼື ປະໄວຖືກແດດເປັນເວລາດົນ. ແນ່​ນອນເມື່ອພວກເຮົາຈອດລົດຖືກແສງແດດແຮງໆນັ້ນ ອຸນຫະພູມພາຍໃນລົດສາມາດຂື້ນສູງເຖີງ 60 ອົງສາເຊ ສະນັ້ນ​ຫມາຍ​ຄວາມ​ວ່າ ພວກເຮົາບໍ່ຄວນລືມມັນໄວໃນລົດເດັດຂາດ.

  1. ປ໋ອງສະເປ

ການເກັບມ້ຽນກະປ໋ອງສະເປໄວ້ໃນລົດ ໂດຍສະເພາະຄອນໂຊນດ້ານຫລັງ ແລະ ດ້ານໜ້າທີ່ຕິດກັບແວ່ນ ອາດຈະເຮັດໃຫ້ເກີດລະເບີດ ເພາະວ່າເມື່ອປ໋ອງສະເປເມື່ອຖືກຄວາມຮ້ອນໄດ້ຈາກແສງແດດຈະເຮັດໃຫ້ວັດສະດຸ ແລະ ສານເຄມີພ້ອມກັບແກັສພາຍໃນຂະຫຍາຍຕົວຈົນກ່ວາການລະເບີດເກີດຂື້ນ ແລະ ແຮງອັດອາດເຮັດໃຫ້ແວ່ນແຕກໄດ້ ຍິ່ງໄປກວ່ານັ້ນຖ້າລົດທີ່ໃຊ້gas ຢູ່ແລ້ວຍີ່ງເພີ່ມທະວີຄວາມແຮງຂອງລະເບີດເຖິງຂັ້ນວ່າມັນອາດເປັນອັນຕະລາຍເຖີງຊີວິດໄດ້

  1. ຕຸກນ້ຳ

ໃຜຈະເຊື່ອວ່າຕຸກນ້ຳໃນລົດພຽງແຕ່ຕຸກດຽວ ມັນສາມາດເຮັດໃຫ້ເກີດໄຟໄໝ້ລົດໄດ້. ແຕ່ນີ້ແມ່ນຄວາມຈິງ ເພາະວ່າເຄີຍມີຄົນທີ່ປະສົບກັບເລື່ອງນີ້ມາແລ້ວ ໄຟໄໝ້ເບາະບ່ອນນັ່ງຂອງລົດໄດ້ຮັບຄວາມເສຍຫາຍ. ສາເຫດຈອດລົດໄວ້ໃນບ່ອນຕາກແດດແລະມີຕຸກນໍ້າປະໄວ້ໃນລົດ ຕຸກນ້ຳຖືກກັບມຸມແສງແດດຈົນກາຍເປັນແວ່ນຂະຫຍາຍທີ່ລວມແສງໄວ້ບ່ອນດຽວ ໃນເວລາພຽງ 7 ນາທີ, ມັນອາດຈະເຮັດໃຫ້ເກີດໄຟໄໝ້ສີ່ງຂອງໃນລົດໄດ້.

  1. ໂທລະສັບ

ໂທລະ​ສັບ​ມື​ຖື ກໍ່ເປັນອີກສິ່ງໜຶ່ງທີ່ບໍ່ຄວນປະໄວ້ໃນລົດ ເພາະມັນອາດຈະເຮັດໃຫ້ເກີດໄຟໄໝ້ລົດໄດ້ ເຊິ່ງສາເຫດເກີດຈາກໂທລະສັບມືຖືທີ່ໂືກຄວາມຮ້ອນສູງໃນລົດ ສາມາດປະຕິກິລິຍາກັບສານເຄມີ ບວກກັບພາຍໃນກໍ່ມີເບາະ ແລະ ຕອນໂຊນທີ່ເປັນເຊື້ອເພີງເປັນຢ່າງດີ ເຮັດໃຫ້ເກີດໄຟໄຫມ້ເອງໄດ້

  1. ແບັດເຕີຣີສຳຮອງ ຫລື power bank

ແບັດສຳຮອງ ແມ່ນອຸປະກອນທີ່ຫຼາຍຄົນຖືຕິດໂຕເພື່ອລົມຫາຍໃຈຂອງໂທລະສັບ, ແຕ່ທ່ານຮູ້ບໍ່ວ່າຖ້າທ່ານລືມແບັດສຳຮອງໃນລົດທີ່ຈອດຢູ່ບ່ອນແດດມັນອາດຈະເຮັດໃຫ້ເກີດໄຟລຸກໄໝ້ລົດ ເຊິ່ງສາເຫດຍ້ອນວ່າແບັດສຳຮອງນັ້ນແມ່ນ lithium-ion ທີ່ເກົ່າແກ່ແລະເສື່ອມໂຊມມີໂອກາດທີ່ຈະເກີດການລັດວົງຈອນ ລະເບີດ ຫຼື ຕິດໄຟຈົນລຸກໄຫມ້ໄດ້ນັ້ນເອງ.

  1. ແຜ່ນຢາງກັນຫມື່ນ

ອີກຫນື່ງອຸປະກອນອື່ນທີ່ສາມາດສ້າງຄວາມເສຍຫາຍໃຫ້ກັບລົດໄດ້ກໍ່ຄືແຜ່ນຢາງກັນຫມື່ນເພາະເວລາແຜ່ນຢາງກັນຫມື່ນເພາະເວລາຖືກກັບຄວາມຮ້ອນເປັນເວລາດົນນານມັນອາດຈະລະລາຍໄປຕິດກັບຄອນໂຊນຈົນເກີດຄວາມເສຍຫາຍ.

ສະນັ້ນ, ກ່ອນຈະລົງລົດຄວນກວດເບິ່ງກະເປົາພາຍໃນລົດໃຫ້ດີກ່ອນ ເພື່ອປ້ອງກັນບໍ່ໃຫ້ເກີດໄພອັນຕະລາຍຕາມມາ ແຕ່ຢ່າງໃດກໍ່ຕາມສາເຫດໄຟໄໝ້ລົດຍັງມີອີກຫລາຍ ຖ້າຜູ້ຂັບຂີ່ເລີ່ມສັງເກດເຫັນຄວາມຜິດປົກກະຕິເຊັ່ນ: ລົດເລີ່ມມີຄວັນ ມີຄວາມສ່ຽງທີ່ຈະເກີດລະເບີດ ຫລື ໄຟໄໝ້ ໃຫ້ມີສະຕິແລະປິດເຄື່ອງຢ່າງໄວວາ ແລະອອກຈາກລົດໄປໄກເທົ່າທີ່ຈະໄວໄດ້ເພື່ອປ້ອງກັນ ລົດລະເບີດໃສ່ທ່ານ

ສຸດທ້າຍ, ທຸກໆຄັ້ງກ່ອນອອກເດີນທາງ ຢ່າລືມກວດເບິ່ງວ່າການປະກັນໄພລົດແມ່ນໝົດບໍ? ມັນຈະໝົດອາຍຸເວລາໃດ ເພາະເຫດການທີ່ບໍ່ຄາດຄິດມັກຈະເກີດຂື້ນເມື່ອການປະກັນໄພໝົດ