insurance

5 ສິ່ງທີ່ຕ້ອງຫ້າມເດັດຂາດ ການປະກັນໄພ

ຖ້າທ່ານຄິດວ່າເມື່ອທ່ານມີປະກັນໄພລົດທ່ານຈະສາມາດຂັບລົດແນວໃດກໍ່ໄດ້ ເຖິງຈະເກີດອຸບັດຕິເຫດປະກັນໄພຈະໃຫ້ການຄຸ້ມຄອງຢູ່ດີ, ທ່ານກຳລັງຄິດຜິດ!! ເພາະມີຢູ່ບາງກໍລະນີ ຕໍ່ໃຫ້ທ່ານເຮັດປະກັນລົດຊັ້ນ 1 ກໍ່ຈະບໍ່ໄດ້ຮັບການຄຸ້ມຄອງ. ເຊິ່ງຈະມີກໍລະນີໃດແນ່ນັ້ນເຮົາໄປເບິ່ງພ້ອມກັນເລີຍ: 1. ບໍ່ມີໃບຂັບຂີ່, ໃບຂັບຂີ່ໝົດອາຍຸ ຫຼື ໃບຂັບຂີ່ຜິດປະເພດ ຂໍ້ທຳອິດທີ່ສຳຄັນກໍຄືໃບຂັບຂີ່ນັ້ນເອງ, ຫາກທ່ານບໍ່ມີໃບຂັບຂີ່ ຫຼື ໃບຂັບຂີ່ໝົດອາຍຸ ປະກັນໄພຈະບໍ່ຮັບຜິດຊອບຢ່າງແນ່ນອນ. ສຳລັບໃບຂັບຂີ່ຜິດປະເພດມັນກໍຄືກັບການເອົາປີ້ຍົນໄປຂຶ້ນປີ້ລົດເມຫັ້ນລະ ມັນກໍ່ບໍ່ສາມາດແທນກັນໄດ້ ສະນັ້ນການຂັບຂີ່ລົດຕ້ອງເບິ່ງວ່າຕົນເອງມີໃບອະນຸຍາດໃນການຂັບຂີ່ປະເພດໃດເຊັ່ນກັນ. 2. ເມົາແລ້ວຂັບ ການຖືວ່າເມົາແລ້ວຂັບ ແມ່ນປະລິມານທາດເຫຼົ້າໃນເລືອດທ່ານເກີນ 80 mg/100 ml, ນອກຈາກຈະຜິດກົດໝາຍຈະລາຈອນແລ້ວ ຖ້າອຸປະຕິເຫດເກີດຂື້ນມາ ທ່ານຈະບໍ່ໄດ້ຮັບການຄຸ້ມຄອງຈາກບໍລິສັດປະກັນໄພ. 3. ນຳເອົາລົດໄປໃຊ້ລາກ ຖ້າທ່ານໃຊ້ລົດຂອງທ່ານເພື່ອໄປໃຊ້ລາກລົດຄັນອື່ນ ທາງບໍລິສັດປະກັນໄພຖືວ່ານຳໃຊ້ລົດຜິດປະເພດ ຖ້າຄວາມເສຍຫາຍເກີດຂື້ນກັບລົດ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງໃດໆ ຍົກເວັ້ນລົດລາກທີ່ເຮັດປະກັນໄພໃນດ້ານນີ້ໂດຍສະເພາະ. 4. ນຳໃຊ້ລົດໄປໃຊ້ທາງຜິດກົດໝາຍ ຖ້າທ່ານນຳລົດໄປໃຊ້ໃນທາງຜິດກົດໝາຍ ບໍ່ວ່າຈະເປັນການນຳໄປເປັນພາຫະນະໃນການປຸ້ນຊັບ ຫລື ຂົນສົ່ງສີ່ງຂອງຜິດກົດຫມາຍ ແລ້ວເກີດອຸບັດຕິເຫດ ຫລື ຄວາມເສຍຫາຍຕໍ່ລົດໃນຂະນະນັ້ນ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງທ່ານເລີຍ. 5. ນໍາລົດໄປໃຊ້ຜິດປະເພດຈາກທີ່ກໍານົດໃນສັນຍາ ຖ້າທ່ານເອົາລົດທີ່ເຮັດປະກັນໄພໄປໃຊ້ນອກເໜືອຈາກທີ່ລະບຸສັນຍາ ເມື່ອອຸປະຕິເຫດເກີດຂື້ນແມ່ນຈະບໍ່ຄຸ້ມຄອງ ເຊັ່ນ: ສັນຍາປະກັນໄພລະບຸວ່າລົດນໍາໃຊ້ແບບສ່ວນບຸກຄົນ ແຕ່ນຳໄປໃຊ້ສຳລັບການດຳເນີນທຸລະກິດ […]