5 ສິ່ງທີ່ຕ້ອງຫ້າມເດັດຂາດ ການປະກັນໄພ

ຖ້າທ່ານຄິດວ່າເມື່ອທ່ານມີປະກັນໄພລົດທ່ານຈະສາມາດຂັບລົດແນວໃດກໍ່ໄດ້ ເຖິງຈະເກີດອຸບັດຕິເຫດປະກັນໄພຈະໃຫ້ການຄຸ້ມຄອງຢູ່ດີ, ທ່ານກຳລັງຄິດຜິດ!! ເພາະມີຢູ່ບາງກໍລະນີ ຕໍ່ໃຫ້ທ່ານເຮັດປະກັນລົດຊັ້ນ 1 ກໍ່ຈະບໍ່ໄດ້ຮັບການຄຸ້ມຄອງ. ເຊິ່ງຈະມີກໍລະນີໃດແນ່ນັ້ນເຮົາໄປເບິ່ງພ້ອມກັນເລີຍ:

1. ບໍ່ມີໃບຂັບຂີ່, ໃບຂັບຂີ່ໝົດອາຍຸ ຫຼື ໃບຂັບຂີ່ຜິດປະເພດ

ຂໍ້ທຳອິດທີ່ສຳຄັນກໍຄືໃບຂັບຂີ່ນັ້ນເອງ, ຫາກທ່ານບໍ່ມີໃບຂັບຂີ່ ຫຼື ໃບຂັບຂີ່ໝົດອາຍຸ ປະກັນໄພຈະບໍ່ຮັບຜິດຊອບຢ່າງແນ່ນອນ. ສຳລັບໃບຂັບຂີ່ຜິດປະເພດມັນກໍຄືກັບການເອົາປີ້ຍົນໄປຂຶ້ນປີ້ລົດເມຫັ້ນລະ ມັນກໍ່ບໍ່ສາມາດແທນກັນໄດ້ ສະນັ້ນການຂັບຂີ່ລົດຕ້ອງເບິ່ງວ່າຕົນເອງມີໃບອະນຸຍາດໃນການຂັບຂີ່ປະເພດໃດເຊັ່ນກັນ.

2. ເມົາແລ້ວຂັບ

ການຖືວ່າເມົາແລ້ວຂັບ ແມ່ນປະລິມານທາດເຫຼົ້າໃນເລືອດທ່ານເກີນ 80 mg/100 ml, ນອກຈາກຈະຜິດກົດໝາຍຈະລາຈອນແລ້ວ ຖ້າອຸປະຕິເຫດເກີດຂື້ນມາ ທ່ານຈະບໍ່ໄດ້ຮັບການຄຸ້ມຄອງຈາກບໍລິສັດປະກັນໄພ.

3. ນຳເອົາລົດໄປໃຊ້ລາກ

ຖ້າທ່ານໃຊ້ລົດຂອງທ່ານເພື່ອໄປໃຊ້ລາກລົດຄັນອື່ນ ທາງບໍລິສັດປະກັນໄພຖືວ່ານຳໃຊ້ລົດຜິດປະເພດ ຖ້າຄວາມເສຍຫາຍເກີດຂື້ນກັບລົດ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງໃດໆ ຍົກເວັ້ນລົດລາກທີ່ເຮັດປະກັນໄພໃນດ້ານນີ້ໂດຍສະເພາະ.

4. ນຳໃຊ້ລົດໄປໃຊ້ທາງຜິດກົດໝາຍ

ຖ້າທ່ານນຳລົດໄປໃຊ້ໃນທາງຜິດກົດໝາຍ ບໍ່ວ່າຈະເປັນການນຳໄປເປັນພາຫະນະໃນການປຸ້ນຊັບ ຫລື ຂົນສົ່ງສີ່ງຂອງຜິດກົດຫມາຍ ແລ້ວເກີດອຸບັດຕິເຫດ ຫລື ຄວາມເສຍຫາຍຕໍ່ລົດໃນຂະນະນັ້ນ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງທ່ານເລີຍ.

5. ນໍາລົດໄປໃຊ້ຜິດປະເພດຈາກທີ່ກໍານົດໃນສັນຍາ

ຖ້າທ່ານເອົາລົດທີ່ເຮັດປະກັນໄພໄປໃຊ້ນອກເໜືອຈາກທີ່ລະບຸສັນຍາ ເມື່ອອຸປະຕິເຫດເກີດຂື້ນແມ່ນຈະບໍ່ຄຸ້ມຄອງ ເຊັ່ນ: ສັນຍາປະກັນໄພລະບຸວ່າລົດນໍາໃຊ້ແບບສ່ວນບຸກຄົນ ແຕ່ນຳໄປໃຊ້ສຳລັບການດຳເນີນທຸລະກິດ ບໍ່ວ່າຈະເປັນການນຳໃຊ້ສິນຄ້າເພື່ອຂົນເຄື່ອງ ນຳໄປໃຊ້ໃນການຂົນສົ່ງຜູ້ໂດຍສານເປັນຕົ້ນ.

ເປັນແນວໃດເມື່ອຮູ້ແນວນີ້ແລ້ວ ແນະນຳວ່າຢ່າໄປເຮັດຂໍ້ຫ້າມເຫຼົ່ານີ້ເລີຍ ເພາະວ່າຖ້າອຸປະຕິເຫດເກີດຂື້ນທ່ານອາດຈະຕ້ອງເສຍເງິນຂອງທ່ານເອງເຕັມໆ ເມື່ອທ່ານເຫັນຈຳນວນເງີນທີ່ຈະຕ້ອງຈ່າຍເພື່ອສ້ອມແປງລົດ ທ່ານອາດຈະຍິ້ມບໍ່ອອກເລີຍກໍໄດ້.