ລວມພະຍາດທີ່ເກີດຈາກຍຸງ

ປະເທດລາວແມ່ນປະເທດທີ່ມີອາກາດຮ້ອນແລະຊຸ່ມ ເຊິ່ງ ເໝາະ ແກ່ການແຜ່ພັນຂອງຍຸງ ເຖິງແມ່ນວ່າພວກເຮົາເບິ່ງຍຸງເປັນສັດນ້ອຍໆ ແຕ່ຍຸງບາງຊິນິດເປັນອັນຕະລາຍຕໍ່ຊີວິດຂອງພວກເຮົາ ແລະ ສາມາດເວົ້າໄດ້ເລີຍວ່າຍູງເຫລົ່ານີ້ສາມາດເປເປັນພາຫະນຳໂຣກພະຍາດຫຼາຍຊະນິດມາສູ່ຄົນ ແລະບາງພະຍາດເປັນໂລກຮ້າຍແຮງໄດ້. ມື້ນີ້ KX ມາພ້ອມກັບ “ພະຍາດທີ່ເກີດຈາກຍຸງ” ວ່າມີພະຍາດຫຍັງແນ່

1. ໄຂ້ເລືອດອອກ

ບັນດາຜູ້ທີ່ຕິດເຊື້ອໄຂ້ເລືອດອອກແມ່ນຍຸງລາຍເປັນພາຫະທີ່ຕິດເຊື້ອໄວຣັດເດງກື (Dengue Virus)   ເຊິ່ງມີ 4 ສາຍພັນ. ເມື່ອຍຸງທີ່ຕິດເຊື້ອມາກັດພວກເຮົາ ພວກເຮົາອາດຈະເຈັບປ່ວຍເປັນໄຂ້ເລືອດອອກ. ໂດຍອາການຂອງພະຍາດ ແມ່ນ 5-8 ມື້ຫຼັງຈາກຖືກຍຸງກັດ ຈະມີໄຂ້ສູງ, ປວດເມື່ອຍຕາມຮ່າງກາຍ, ເບື່ອອາຫານ ມີເລືອດເລັກນ້ອຍກະແຈກຢູ່ອ້ອມແຂນ, ຂາ, ລຳໂຕ ແລະ ຂີ້ແຮ້ ແລະມີເລືອດດັງສິີດຳ ຫລື ມີເລຶອດອອກຕາມຮອຍແຂ້ວເຈັບພາຍໃຕ້ກະດູກຂ້າງຂວາໂດຍສະເພາະ ກົດແລະຮູ້ສຶກເຈັບປວດ ເກີດຈາກຕັບໃຫຍ່

2. ໄຂ້ຊິກ້າ

ເຊິ່ງຢູ່ໃນຕະກຸນຂອງ flavivirus, ເຊິ່ງເກີດຈາກຍຸງ ລາຍເປັນັັພາຫະນຳໂຣກ ໄລຍະຟັກຕົວເວລາຂອງອາການໄຂ້ຊິກ້າມີເວລາສະເລ່ຍປະມານ 4-7 ວັນ ອາການທີ່ພົບດຸແມ່ນມີໄຂ້, ເປັນຜື່ນແດງ, ເຍື້ອບຸຕາອັກເສບ, ປວດກ້າມເນື້ອ, ປວດຂໍ້, ອ່ອນເພຍ, ປວດຫົວ ເຊິ່ງປົກກະຕິແລ້ວມັນບໍ່ຮຸນແຮງແລະອາການເຫຼົ່ານີ້ເປັນຢູ່ປະມານ 2-7 ມື້.

3. ໂຣກໄຂ້ສະຫມອງອັກເສບເຈອີ

ເກີດຈາກເຊື້ອໄວຣັດເຈອີ (Japanese encephalitis) ມີຍຸງລຳຄານເປັນພາຫະນຳໂຣກ ຜູ້ປ່ວຍໄວຣັສເຈອີສ່ວນໃຫຍ່ບໍ່ສະແດງອາການ ແຕ່ຖ້າທີອາການມັກຈະຮຸນແຮງ ອາດເຖິງຂັ້ນເສຍຊີວິດໄດ້ ເລີ່ມຕົ້ນດ້ວຍການມີໄຂ້, ປວດເມື່ອຍ ອ່ອນເພຍ, ຕໍ່ມາມີອາການເຈັບຫົວແຮງຂື້ນ ມີອາການປວດຮາກ ເຫງົານອນຈົນບໍ່ຮູ້ໂຕ ມີອາການຫາຍໃຈບໍ່ສະໝໍ່າ ສະເໝີ. ໃນກໍລະນີທີ່ຮຸນແຮງຫຼາຍເຖີງຂັ້ນເສຍຊີວິດໄດ້ ໃນເວລາ 7 – 9 ວັນ.

4. ໄຂ້ປວດຂໍ້ຍຸງລາຍ

ນັບວ່າເປັນໂຣກເກົ່າທີ່ເກີດຂື້ນໃຫມ່. ພະຍາດດັ່ງກ່າວແມ່ນເກີດມາຈາກເຊື້ອໄວຣັສ Chikungunya ເຊິ່ງເປັນເຊື້ອໄວຣັສທີ່ແຕກຕ່າງຈາກໄຂ້ເລືອດອອກ ແລະ ເຊື້ອໄວຣັດ Zika, Chikungun ພາຫະຂອງໂຣກໄກ້ແກ້ຍຸງລາຍບ້ານດັ່ງ ແລະ ແລະຍຸງລາຍສວນ, ເຊິ່ງອາການຂອງໂຣກຈະມີໄຂ້ສູງເຖິງ 39-40 ອົງສາເຊວຊ້ຽນ. ປະມານ 3 ວັນ ເຈັບປວດຕາມຂໍ້ ໂດຍຂໍ້ທີ່ປວດຈະເປັນຂໍ້ນ້ອຍໆ ມີຜື່ນທົ່ວຮ່າງກາຍ, ຕາແດງ, ເມື່ອຍລ້າ, ປວດເຫມື່ອຍໂຕ

5. ໄຂ້ຈັບສັ່ນ ຫຼື ໄຂ້ປ່າ (malaria)

ສາເຫດມາຈາກເຊື້ອໄວຣັດໂປໂຕຊົວໄດ້ແຜ່ລາມໄປສູ່ຮ່າງກາຍຂອງຄົນຈາກການກັດຂອງຍຸງກົ້ນປ່ອງເພດເມຍທີ່ເປັນພາຫະນຳໂຣກ ອາການຂອງໂຣກຈະແຕກຕ່່າງກັນໄປ ແບ່ງອອກເປັນ 3 ໄລຍະ ເລີ່ມຈາກມີອາການໜາວສັ່ນແບບວ່າຫົ່ມຜ້າຫົ່ມກໍ່ຍັງບໍ່ເຊົາຫນາວ ແລະ ຈະເຂົ້າສູ່ໄລຍະຮ້ອນ ຜູ້ປ່ວຍຈະຮູ້ສຶກຮ້ອນຫຼາຍ, ໄຂ້ຈະສູງ ຫນ້າແດງສົບແຫ້ງຫຼາຍ, ຫິວນ້ຳ ກະວົນກະວາຍແລ້ວຈະເຂົ້າສູ່ໄລຍະເຫື່ອອອກ ອາການຮ້ອນຈະຄ່ອຍໆຫລຸດລົງ ມີເຫື່ອອອກຕາມຫນ້າຜາກແລະຕົນໂຕ. ອາການໄຂ້ຈະຫຼຸດລົງຈົນປົກກະຕິ ຜູ້ປ່ວຍຈະອ່ອນເພຍ.

ທ່ານເຫັນບໍ່ວ່າ ຍຸງນ້ອຍໆສາມາດເຮັດໃຫ້ພວກເຮົາເຈັບປ່ວຍແລະຖິງຂັ້ນເສຍຊີວິດໄດ້. ເພາະສະນັ້ນ ມັນຈະດີທີ່ສຸດຖ້າພວກເຮົາຮຽນຮູ້ການກຳຈັດແຫລ່ງເພາະພັນຍຸງ ແລະ ປ້ອງກັນຕົວເອງບໍ່ໃຫ້ຍຸງກັດ ຫຼື ຊອກຫາອຸປະກອນເພື່ອປ້ອງກັນຍຸງ ແລະ ຄວນເພີ່ມທະວີຄວາມສະບາຍດ້ວຍການປະກັນໄພ ສົນໃຈສັ່ງຊື້ໄດ້ທັນທີ

ກົດເລີຍເພື່ອຊື້ປະກັນ