ວິທີຈັດລະບຽບເຮືອນເພື່ອປ້ອງກັນເຫດໄຟໄໝ້

ບັນຫາເລື່ອງໄຟໄໝ້ ສ້າງຄວາມເສຍຫາຍໃຫ້ກັບທັງຊັບສິນ ແລະ ຊີວິດມາຫຼາຍນັບບໍ່ຖ້ວນ ໂດຍສະເພາະໃນຍາມຮ້ອນເຊິ່ງອາກາດກໍອົບເອົ້າ ເພີ່ມຄວາມສ່ຽງໃນການເກີດໄຟໄໝ້ ເຫັນໄດ້ຈາກອາທິດທີ່ຜ່ານມາເກີດເຫດໄຟໄໝ້ຫຼາຍຄັ້ງທັງໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ.

ກະຕ່າຍນ້ອຍ KX ຈຶ່ງໄດ້ລວມເອົາວິທີການຈັດລະບຽບເຮືອນ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້ມາຝາກ ຖືວ່າເປັນຄູ່ມືສຳລັບຄົນທີ່ກຳລັງກັງວົນໃຈຫ່ວງເຮືອນຊານບ້ານຊ່ອງໃນໄລຍະນີ້ກໍວ່າໄດ້.

1.ຄວາມເປັນລະບຽບ: 

ການຈັດເຄື່ອງຂອງພາຍໃນເຮືອນ ແລະ ນອກເຮືອນໃຫ້ເປັນລະບຽບເປັນຈຸດເລີ່ມຕົ້ນທີ່ດີໃນການປ້ອງກັນໄຟໄໝ້ເຮືອນ ເພາະເຮືອນບາງຫຼັງບໍ່ມີການແຍກປະເທດເຄື່ອງຂອງ ມັກຈະນຳເອົາເຄື່ອງຂອງຕ່າງໆມາຢູ່ລວມກັນ ເຊິ່ງທ່ານອາດນຳເອົາຊະນວນທີ່ເຮັດໃຫ້ເກີດແປວໄຟໄປໄວ້ນຳວັດຖຸທີ່ຕິດໄຟງ່າຍໂດຍບໍ່ຮູ້ໂຕ. ສະນັ້ນ ຄວນແຍກສິ່ງຂອງທີ່ອາດເຮັດໃຫ້ເກີດປະກາຍໄຟ ຫຼື ຄວາມຮ້ອນກັບເຊື້ອໄຟຕ່າງໆອອກຈາກກັນ. ພ້ອມນັ້ນກໍໃຫ້ກຳຈັດວັດສະດຸທີ່ເປັນເຊື້ອໄຟທີ່ບໍ່ຈຳເປັນຕ້ອງໃຊ້ແລ້ວເຊັ່ນ: ເຈ້ຍເສດ, ໜັງສືພິມ ຫຼື ແຍກເກັບສານເຄມີທີ່ຕິດໄຟງ່າຍໄວ້ໃນບ່ອນທີ່ແຫ້ງ, ອາກາດຖ່ານເທສະດວກ, ຫ່າງຈາກແຫຼ່ງຄວາມຮ້ອນ.

2.ກວດກາອຸປະກອນ ແລະ ເຄື່ອງໃຊ້ໄຟຟ້າ: 

ອຸປະກອນກ່ຽວກັບໄຟຟ້າບາງຢ່າງອາດມີອາຍຸການນຳໃຊ້ທີ່ດົນເກີນໄປ ແລະ ອາດສ່ຽງທີ່ຈະເຮັດໃຫ້ເກີດໄຟໄໝ້ໄດ້ຢ່າງ່າຍດາຍເຊັ່ນ: ສາຍໄຟທີ່ເກົ່າຫຼາຍ, ປັກໄຟທີ່ເປ່ເພ. ດ່ັງນັ້ນ ຄວນກວດກາໃຫ້ເຄື່ອງໃຊ້ໄຟຟ້າດັ່ງກ່າວໃຫ້ຢູ່ໃນສະພາບທີ່ສົມບູນ ຖ້າພົບວ່າສາຍໄຟຈີກຂາດ, ບຸ້ມ, ບວມ, ສີປ່ຽນ, ມີກິ່ນໄໝ້ ໃຫ້ສ້ອມແປງ ຫຼື ປ່ຽນໃໝ່ທັນທີ.

ພ້ອມນັ້ນ ກໍບໍ່ຄວນສຽບປັກໄຟຫຼາຍອັນກັບເຕົ້າສຽບອັນດຽວ ຫຼື ສຽບປັກໄຟຄ້າງໄວ້ເປັນເວລາດົນ ແລະ ຄວນຕິດຕັ້ງເຄື່ອງຕັດກະແສໄຟຟ້າອັດຕະໂນມັດ.

3.ປິດ-ຖອດປັກໄຟ: 

ກ່ອນຈະອອກຈາກເຮືອນ ຫຼື ໄປບ່ອນອື່ນເປັນເວລາດົນໆ ຄວນກວດເບິ່ງໃຫ້ດີວ່າ ສະວິດໄຟທຸກອັນທີ່ຢູ່ເທິງລາງປັກໄຟປິດໝົດແລ້ວ ຫຼື ຍັງ. ນອກຈາກປິດແລ້ວ ກໍຄວນຖອດປັກໄຟອີກ ໂດຍສະເພາະປັກໄຟທີ່ບໍ່ມີສະວິດເປີດ-ປິດ ກໍຕ້ອງຖອດປັກອອກຈາກເຕົ້າຮັບໃຫ້ຮຽບຮ້ອຍ. ສ່ວນເບຣກເກີ ຫຼື ສະພານໄຟນັ້ນ ກໍລືມບໍ່ໄດ້ເຊັ່ນກັນ ເນື່ອງຈາກມີເຄື່ອງໃຊ້ບາງຊະນິດຕໍ່ໄວ້ກັບມັນ.

4.ຕິດຕັ້ງສາຍດິນ: 

ອາດເປັນເລື່ອງທີ່ຄວນກະກຽມໄວ້ແຕ່ຕົ້ນ ເພາະວິທີນີ້ຈະສາມາດຊ່ວຍປ້ອງກັນບໍ່ໃຫ້ເກີດໄຟຮົ່ວ ເຊິ່ງອາດເປັນສາເຫດເຮັດໃຫ້ເກີດອັກຕີໄພໄດ້.

5.ກະກຽມນໍ້າໄວ້ໃກ້ໆເຮືອນ: 

ເຮົາຄວນມີແຫຼ່ງນໍ້າໄວ້ໃກ້ເຮືອນເຜື່ອສຳຫຼັບບາມສຸກເສີນ ບໍ່ວ່າຈະເປັນປໍ້ານໍ້າທີ່ສາມາດສູບນໍ້າຂຶ້ນມາຈາກແຫຼ່ງທຳອມະຊາດ, ພາຊະນະກັກເກັບນໍ້າໄດ້ໃນປະລິມານຫຼາຍໆ.

6.ຈັດວາງສິ່ງຂອງໃຫ້ເປັນລະບຽບ: 

ບໍ່ໃຫ້ວາງກີດຂວາງປະຕູ, ທາງຍ່າງ ພ້ອມທັງມີການຈັດໃຫ້ມີທາງໜີໄຟ ທາງເຂົ້າ-ທາງອອກຫຼາຍທາງ, ຕິດຕັ້ງເຫຼັກດັດປະຕູກັນຂະໂມຍ ທີ່ສາມາດເປີດ-ປິດໄດ້ຢ່າງໜ້ອຍຫ້ອງລະ 1 ບານ.

7.ລະວັງການຈູດທູບ-ທຽນ: 

ໂດຍສະເພາະໃນວັນສິນທີ່ບາງເຮືອນມີການຈູດທູບ-ທຽນບູຊາ ຖ້າຈຳເປັນຕ້ອງໄຕ້ທູບ ຫຼື ທຽນ ກໍໃຫ້ເລືອກໃຊ້ກະຖາງປັກທູບ ຫຼື ບ່ອນຕັ້ງທຽນທີ່ພາຊະນະທົນໄຟ. ຫຼື ຖ້າເປັນໄປໄດ້ ກໍຫຼີກເວັ້ນການຈູດທູບທຽນໄປເລີຍຈະດີກວ່າ ຫຼື ຖ້າຈູດແລ້ວກໍໃຫ້ເຝົ້າຈົນກວ່າຈະດັບຄັກແນ່ແລ້ວ.

ຖ້າເກີດເຫດໄຟໄໝ້ຂຶ້ນມາ ຈະເຮັດແນວໃດ?

ທັງນີ້ ຖ້າເກີດໄຟໄໝ້ໃຫ້ຕັ້ງສະຕິ ພ້ອມຮ້ອງຫຼາຍໆຄັ້ງວ່າ “ໄຟໄໝ້” ແລະ ຮີບອອກຈາກພື້ນທີ່ຢ່າງໄວທີ່ສຸດ. ເມື່ອຢູ່ໃນຈຸດທີ່ປອດໄພແລ້ວ ຈຶ່ງໂທລະສັບແຈ້ງສະຖານີດັບເພີງ. ທີ່ສຳຄັນແມ່ນຫ້າມໃຊ້ລິບ (ຖ້າຢູ່ໃນຕຶກສູງທີ່ມີລິບ) ແລະ ຂັ້ນໄດເລື່ອນ ຂະນະເກີດໄຟໄໝ້. ເມື່ອຕ້ອງປະເຊີນກັບຄວັນໄຟ ໃຫ້ຫາຜ້າຈຸບນໍ້າມາປິດປາກ-ດັງ ຫຼື ໃຊ້ຜ້າຫົ່ມຈຸ່ມນໍ້າປົກຮ່າງກາຍໄວ້ ແລະ ຄານຕໍ່າໆ ເພາະອາກາດທີ່ພໍຈະຫາຍໃຈໄດ້ຈະຢູ່ດ້ານລຸ່ມ. ຖ້າຫາກຫາຍໃຈເອົາອາກາດ ແລະ ຝຸ່ນທີ່ເກີດຈາການເຜົາໄໝ້ເຂົ້າໄປ ຈະສົ່ງຜົນໃຫ້ຂາດອັອກຊີເຈນ, ຫາຍໃຈບໍ່ອອກ ແລະ ໝົດສະຕິ ເມື່ອອກມາພົ້ນຈາກພື້ນທີ່ໄຟໄໝ້ແລ້ວ ໃຫ້ສຳຫຼວດເບິ່ງວ່າໄດ້ັຮບບາດເຈັບຫຼາຍໜ້ອຍສໍ່າໃດ ຖ້າຜິວໜັງຖືກທຳຮ້າຍດ້ວຍຄວາມຮ້ອນພຽງເລັກໜ້ອຍ ສາມາດປະຖົມພະຍາບານເບື້ອງຕົ້ນໄດ້.

ຫລຸດຜ່ອນຄວາມສ່ຽງເຮັດປະກັນໄພນຳພວກເຮົາ