ປະຕິບັດຫຼັກການ “5ປ”

ປະຕິບັດຫຼັກການ “5ປ” ສະກັດພະຍາດໄຂ້ຍຸງລາຍຕັ້ງແຕ່ຫົວທີ

ຫຼັກການ 5ປ ເປັນຫຼັກການທີ່ທາງພາກລັດໄດ້ມີການໂຄສະນາໃຫ້ປະຊາຊົນທົ່ວປະເທດປະຕິບັດຕາມ ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ເຊິ່ງແຕ່ລະປີເຮັດໃຫ້ມີຜູ້ເຈັບເປັນ ແລະ ເສຍຊີວິດເປັນຈຳນວນຫຼາຍ.

ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ເປັນ​ພະ­ຍາດ​ໜຶ່ງ​ທີ່​ສ່ວນ​ໃຫຍ່​ຈະ​ເກີດ​ການ​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ເຊິ່ງ​ໃນ​ປີ­ຜ່ານ­ມາ ພະ­ຍາດ​ດັ່ງ­ກ່າວ​ໄດ້​ແຜ່​ລະ­ບາດ​ຫຼາຍ​ໃນ​ໄລ­ຍະ​ລະ­ດູ­ຝົນ ໂດຍ​ສະ­ເພາະ ເດືອນ​ມິ­ຖຸ­ນາ​ຫາ​ກໍ­ລະ­ກົດ ໃນ​ໄລ­ຍະ​ນີ້ ຈຳ­ນວນ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ເກີດ​ຂຶ້ນ​ຫຼາຍ ສະ­ແດງ​ໃຫ້​ເຫັນ​ມີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ທັງ​ໝົດ 3,422 ກໍ­ລະ­ນີ ເສຍ​ຊີ­ວິດ 8 ກໍ­ລະ­ນີ (ຂໍ້ມູນໄຂ້ຍຸງລາຍ ວັນທີ 20/7/2020 ທິ່ມາ FB:

ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ໄຂ້­ຍຸງ​ລາຍ​ແພ່ລະ­ບາດ​ເກີດ​ຂຶ້ນ​ຄື​ປີ​ຜ່ານໆ​ມາ​ນັ້ນ ທຸກ​ຄົນ​ຕ້ອງ​ຫັນ​ມາ​ເພີ່ມ​ທະ­ວີ​ການ​ປະ­ຕິ­ບັດ​ຫຼັກ­ການ 5ປ ເພື່ອ​ຕັດ​ວົງ​ຈອນ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີ​ຍຸງ​ລາຍ​ບໍ່​ມີ​ໄຂ້­ເລືອດ­ອອກ.

ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ

​ທຸກ​ຄົນກໍຄືທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ເປັນ​ປະ­ຈຳ ປະ­ກອບ​ມີ:

  • ປ ທີ 1: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່​.
  • ປ ທີ 2: ປ່ຽນ​ນ້ຳ​ໃນ​ພາ­ຊະ­ນະ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ.
  • ປ ທີ 3: ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ.
  • ປ ທີ 4: ປັບ­ປຸງ​ການ​ອະ­ນາ­ໄມ​ສິ່ງ­ແວ­ດລ້ອມ​ອ້ອມ​ເຮືອນ​ບໍ່​ໃຫ້​ມີ​ກະ­ໂປະ ກະ​ປ໋ອງ ຢາງ​ຕີນ­ລົດ​ເກົ່າ​ທີ່​ມີ​ນ້ຳ​ຂັງ.
  • ປ ທີ 5: ປະ­ຕິ­ບັດ​ໃຫ້​ເປັນ​ນິ­ໄສ​ປະ­ຈຳ​ທຸກໆ​ອາ­ທິດ ຖ້າ​ເປັນ­ໄຂ້​ໃຫ້​ໄປ​ພົບ​ແພດ​ໝໍ​ດ່ວນ ບໍ່​ຄວນ​ຊື້​ຢາ​ມາ​ກິນ​ເອງ.

ສຳ­ລັບ​ອາ­ການ​ເບື້ອງ​ຕົ້ນ​ຂອງ​ພະ­ຍາດ​ໄຂ້­ຍຸງ​ລາຍ​ນັ້ນ ຈະ​ມີ​ອາ­ການ​ໄຂ້​ສູງ, ປວດ​ຕົນ​ໂຕ, ປວດ​ກ້າມ­ຊີ້ນ, ໜັກ​ກະ​ບົ້ງ​ຕາ ແລະ ຈຸດ​ພິ­ເສດ​ອີກ​ອັນ​ໜຶ່ງ​ແມ່ນ​ໄຂ້​ສູງ​ບໍ່​ຫຼຸດ​ລົງ ເມື່ອ​ມີ​ອາ­ການ​ເປັນ­ໄຂ້ ກໍ​ຄວນ​ໄປ​ພົບ​ແພດ ເພື່ອ​ຮັບ​ການ​ກວດ​ວິ­ເຄາະ​ປິ່ນ­ປົວ​ໃຫ້​ຖືກ​ຕາມ​ອາ­ການ ແລະ ພະ­ຍາດ​ທີ່​ເກີດ​ຂຶ້ນ ເພື່ອ​ໃຫ້​ໄດ້​ຮັບ​ການ​ຮັກ­ສາ ແລະ ປິ່ນ­ປົວ​ຢ່າງ​ທັນ​ການ​ນັ້ນ ກໍ່​ເພື່ອ​ປ້ອງ​ກັນ​ການ​ເສຍ​ຊີ­ວິດ​ຍ້ອນ​ພະ­ຍາດ​ນີ້.