ເລືອກຢາງລົດໃໝ່ຄວນຄຳນຶງເຖິງເລື່ອງໃດແດ່?

ການເລືອກຢາງລົດສຳລັບລັບລົດໃຫຍ່ຂອງທ່ານນັ້ນເປັນສິ່ງທີ່ສຳຄັນຫຼາຍ ໂດຍສະເພາະເມື່ອປະເພດລົດລັກສະນະການຂັບຂີ່ ແລະ ສະພາບເສັ້ນທາງມີຄວາມແຕກຕ່າງກັນພ້ອມນັ້ນ ການເລືອກຢາງລົດທີ່ເໝາະສົມກັບການນຳໃຊ້ຍັງເປັນອີກປັດໄຈໜຶ່ງທີ່ມີຜົນຕໍ່ຄວາມປອດໄພໃນການໃຊ້ລົດ ເພາະຢາງເປັນສິ່ງດຽວທີ່ເຊື່ອມລະຫວ່າງລົດ ແລະ ໜ້າທາງ.

ສະນັ້ນມື້ນີ້ເຮົາມີຄຳແນະນຳບາງປະການທີ່ທ່ານຄວນຮູ້ເມື່ອຕ້ອງການເລືອກຢາງລົດໃຫ້ກັບລົດໃຫຍ່ທີ່ທ່ານຮັກ ໃຫ້ເໝາະສົມກັບການໃຊ້ງານໃນແບບຕ່າງໆ.

ແຕ່ກ່ອນອື່ນໝົດເຮົາມາຮູ້ນຳກັນກ່ອນວ່າ ເມື່ອໃດທີ່ຄວນປ່ຽນຢາງລົດໃໝ່?

ໄລຍະເວລາທີ່ແນ່ນອນຂອງການປ່ຽນຢາງລົດບໍ່ມີການກຳນົດທີ່ຕາຍຕົວ ແຕ່ຂຶ້ນຢູ່ກັບສະພາບຢາງເປັນຫຼັກ ເຊິ່ງສະພາບຂອງຢາງນັ້ນ ເປັນຜົນຈາກການໃຊ້ງານຂອງຜູ້ຂັບຂີ່ ແຕ່ໂດຍທົ່ວໄປແລ້ວ ວິທີການສັງເກດ ຫຼື ສັນຍານທີ່ບົ່ງບອກວ່າຮອດເວລາທີ່ເຮົາຄວນປ່ຽນຢາງໃໝ່ໄດ້ແລ້ວປະກອບມີ:

  1.  ຢາງໝົດອາຍຸການໃຊ້ງານ: ໂດຍທົ່ວໄປແລ້ວ ອາຍຸການໃຊ້ງານຢາງແມ່ນບໍ່ມີກຳນົດຕາຍໂຕ ແຕ່ຂຶ້ນກັບຫຼາຍປັດໄຈເຊັ່ນ: ການອອກແບບ, ພຶດຕິກຳຂອງຜູ້ຂັບ, ສະພາບອາກາດ, ສະພາບຫົນທາງ ແລະ ການເບິ່ງແຍງຮັກສາ. ແຕ່ອີງຈາກຂໍ້ມູນຈາກມິຊລິນ, ພວກເຂົາແນະນຳວ່າ ຫຼັງຈາກນຳໃຊ້ຢາງມາໄດ້ 5 ປີ (ນັບຕັ້ງແຕ່ມື້ທີ່ຢາງຖືກນໍາໃຊ້ ບໍ່ແມ່ນປີຜະລິດຂອງຢາງ) ຄວນນຳລົດເຂົ້າກວດກາຢາງເປັນປະຈຳທຸກໆປີໂດຍຊ່າງຜູ້ຊ່ຽວຊານ. ພ້ອມນີ້ຢາງລົດທີ່ນຳໃຊ້ມາດົນເກີນ 10 ປີນັບຈາກມື້ຜະລິດ ຄວນປ່ຽນຢາງໃໝ່ເລີຍ ເຖິງວ່າຢາງຈະເບິ່ງຄືວ່າຍັງຢູ່ໃນສະພາບທີ່ນຳໃຊ້ໄດ້ ຫຼື ດອກຢາງຍັງສູງກວ່າສະພານຢາງກໍຕາມ (ຂໍ້ນີ້ລວມທັງຢາງສຳຮອງ).
  2. ຢາງເລີ່ມແຂງໂຕ: ຢາງທີ່ເລີ່ມແຂງໂຕຈະເຮັດໃຫ້ເກີດສຽງດັງເວລາແລ່ນລົດ ຫຼື ຫາກລອງເອົາເລັບຈິກລົງໄປເທິງເນື້ອຢາງ ກໍຈະສຳຜັດໄດ້ເຖິງຄວາມບໍ່ຫົດຢືດຂອງເນື້ອຢາງ.
  3. ດອກຢາງເລີ່ມບໍ່ມີ: ວິທີເບິ່ງງ່າຍໆ ໃຫ້ສັງເກດໃນຮ່ອງຂອງດອກຢາງ ເຊິ່ງຈະມີຂີດນ້ອຍໆຢູ່ລະຫວ່າງຮ່ອງກາງຂອງລາຍຢາງ. ຖ້າສັງເກດເຫັນວ່າດອກຢາງພຽງກັນກັບຂີດດັ່ງກ່າວນັ້ນຕອນໃດ ກໍໄດ້ເວລາປ່ຽນຢາງໃໝ່ຕອນນັ້ນ (ສູງກວ່າສະພານຢາງ 1 ມິນລິແມັດ).
  4. ກໍລະນີທີ່ຂັບຕົກຂຸມຢ່າງຮຸນແຮງ ແລ້ວແກ້ມຢາງເກີດບວມ ຫຼື ໂນຂຶ້ນມາ ແນະນຳໃຫ້ປ່ຽນຢາງທັນທີ.

ສິ່ງທີ່ຄວນຄຳນຶງບາງປະການເມື່ອຕ້ອງເລືອກຢາງລົດ

1. ເລືອກຢາງໃຫ້ຖືກກັບການໃຊ້ງານແລະ ລັກສະນະການຂັບຂີ່

ແຕ່ລະຄັ້ງທີ່ຈະເລືອກຢາງ ຢ່າລືມຄຳນຶງເຖິງລັກສະນະການຂັບຂີ່ຂອງທ່ານ. ຖ້າຫາກທ່ານເປັນຜູ້ທີ່ຂັບຂີ່ທາງໄກເລື້ອຍໆ ໃຫ້ພິຈາລະນາເລືອກໃຊ້ຢາງທີ່ປະຢັດ ແລະ ມີຄວາມປອດໄພສູງ ທີ່ທ່ານໄວ້ໃຈໄດ້ໃນເວລາເດີນທາງໄກ. ແຕ່ຖ້າເປັນຜູ້ຂັບຂີ່ແບບສະປອດ ຫຼື ຂັບໄວ ຕ້ອງເລືອກຢາງລົດທີ່ເກາະໜ້າທາງໄດ້ດີເມື່ອເຂົ້າໂຄ້ງດ້ວຍຄວາມໄວສູງ. ການປະເມີນລັກສະນະຂອງຢາງ ຈະຊ່ວຍໃຫ້ທ່ານສາມາດເລືອກຢາງທີ່ເໝາະສົມກັບຮູບແບບການຂັບຂີ່ຂອງຕົນເອງໄດ້.

2. ເລືອກຢາງໃຫ້ຖືກກັບປະເພດລົດທີ່ທ່ານໃຊ້

ເບິ່ງເລື່ອງຂອງຂະໜາດຂອງຢ່າງທີ່ທາງໂຮງງານໄດ້ແນະນໍາມາ ແຕ່ວ່າຄວນເລືອກຢາງທີ່ມີຄຸນສົມບັດ ແລະ ລັກສະນະໃຫ້ຖືກກັບການນໍາໃຊ້ລົດໂຕຈິງຂອງທ່ານ. ເພາະຢາງທີ່ຕິດຕັ້ງມາກັບລົດຕັ້ງແຕ່ຊື້ລົດມານັ້ນ ອາດຈະບໍ່ເຂົ້າກັບການນໍາໃຊ້ລົດຕົວຈິງຂອງທ່ານ. ເພີ່ມເຕີມ ຖ້າເຮົາເລືອກໃຊ້ຢາງທີ່ມີຄຸນສົມບັດພິເສດ ເຊັ່ນ: ຢາງທີ່ຊ່ວຍໃນເລື່ອງຂອງການປະຢັດນໍ້າມັນ ແລະ ເບຣກ (Brake) ທີ່ດີກວ່າ ສັ້ນກວ່າ ກໍ່ຈະເພີ່ມ ຄວາມປອດໄພ, ຄວາມປະຢັດ ແລະ ຄວາມໝັ້ນໃຈ ໃນການຂັບຂີ່ຂອງທ່ານເພີ່ມຂຶ້ນອີກ.

3. ເລືອກຢາງໃຫ້ເໝາະສົມກັບງົບປະມານຂອງທ່ານ

ບາງຄັ້ງ ງົບປະມານກໍເປັນເລື່ອງທີ່ສຳຄັນໃນການເລືອກຊື້ຢາງລົດໃໝ່. ສະນັ້ນ ເພື່ອໃຫ້ຮູ້ວ່າຢາງລົດຈະໃຊ້ໄດ້ດົນປານໃດ ຫຼື ຊ່ວຍໃຫ້ປະຢັດນໍ້າມັນໄດ້ຫຼາຍເທົ່າໃດນັ້ນ, ສາມາດສອບຖາມກັບຮ້ານຄ້າຕົວແທນຈຳໜ່າຍຢາງລົດ ເພື່ອຂໍຄຳແນະນຳກ່ຽວກັບຢາງທີ່ຄຸ້ມຄ່າທີ່ສຸດສຳລັບການຂັບຂີ່ ແລະ ງົບປະມານຂອງທ່ານ.

ທັງໝົດນີ້ກໍຄືເຕັກນິກໃນການເລືອກຢາງສຳລັບລົດຍົນສຸດທີ່ຮັກຂອງທ່ານ ຫວັງວ່າຈະເປັນປະໂຫຍດສຳລັບທ່ານທີ່ກຳລັງຊອກຂໍ້ມູນເພື່ອປະກອບການເລືອກບໍ່ຫຼາຍກໍໜ້ອຍ.