ແກ້ວຈະເລີນໂຊກໄຊ ໂບຼກເກີ

ແກ້ວຈະເລີນໂຊກໄຊ ໂບຼກເກີ ປະກັນໄພລາວ
ແກ້ວຈະເລີນໂຊກໄຊ ໂບຼກເກີ ປະກັນໄພລາວ ສ້າງຕັ້ງຂຶ້ນໃນວັນທີ 17 ທັນວາ 2019 ໂດຍ ການຮັບຮອງ ອະນຸຍາດ ຈາກຄະນະ ກຳມະການ ແຜນການ ແລະ ການລົງທຶນ (ຄຜທ) ຂອງ ສປປ ລາວ, ເຊິ່ງເປັນບໍລິສັດຮ່ວມທຶນລະ ຫວ່າງກຸ່ມບໍລິສັດ ໄທທີ່ຖືຫຸ້ນ 80% ແລະ ແກ້ວຈະເລີນໂຊກໄຊ ໂບຼກເກີ ປະກັນໄພລາວ

ບໍລິສັດໄດ້ເຕີບໂຕຂຶ້ນເລື້ອຍໆ ພ້ອມກັບການໃຫ້ບໍລິການ ທີ່ເພີ່ມຄຸນຄ່າສຳລັບ ການປະກັນໄພ ໃນພາກທຸລະກິດ ແລະ ການປະກັນໄພສ່ວນບຸກຄົນ. ຍ້ອນບໍລິສັດແກ້ວຈະເລີນໂຊກໄຊ ໂບຼກເກີ ປະກັນໄພລາວແມ່ນກຸ່ມ ບໍລິສັດ ໄທເປັນຜູ້ຖືຫຸ້ນລາຍໃຫຍ່ເຊິ່ງ ມີເຄືອຂ່າຍ ທັງພາກພື້ນ ແລະ ທົ່ວໂລກ. ສະນັ້ນ ຈິ່ງເປັນ ເງື່ອນໄຂ ແລະ ໂອກາດແກ່ບໍລິສັດໃນການໄດ້ຮັບຄຳແນະນຳ ແລະ ປຶກສາດ້ານວິຊາ ການຕ່າງໆ ຈາກ ຜູ້ຊ່ຽວຊານ ເພື່ອມຸ່ງສູ່ຄວາມເປັນເລີດ.

ການກ້າວສູ່ຄວາມເປັນເລີດ ຈະບໍ່ຢຸດຢັ້ງ, ສະນັ້ນ ພວກເຮົາຈິ່ງມຸ່ງໝັ້ນສະໜອງ ແລະ ປັບປຸງການບໍລິການ ໃຫ້ນັບມື້ນັບມີຄຸນ ນະພາບ, ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຈະຄົ້ນຫາການບໍລິການໄໝ່ໆມາສູ່ລູກຄ້າ.