admin

ຂໍ້ຄວນຮູ້ສຳລັບຕໍ່ ປະກັນໄພລົດ ລ່ວງໜ້າ

ຂໍ້ຄວນຮູ້ສຳລັບຕໍ່ ປະກັນໄພລົດ ລ່ວງໜ້າ ຕໍ່ອາຍຸ ປະກັນໄພລົດລ່ວງ ຫຼາຍຄົນໂດຍສະເພາະມືໃຫມ່ອາດຈະບໍ່ຮູ້ຕ້ອງເຮັດແນວໃດ. ຄວນຕໍ່ກ່ອນລ່ວງໜ້າຈັກມື້ ຫລື ຈັກເດືອນກ່ອນ? ຫຼາຍຄົນອາດບໍ່ສົນໃຈເລື່ອງປະກັນໄພລົດ ເມື່ອເກີດອຸບັດຕິເຫດ, ພວກເຮົາອາດຈະມີບັນຫາຖ້າປະກັນໄພໝົດ ແລ້ວການຕໍ່ປະກັນໄພລົດລ່ວງ ໜ້າຄຶຫັຍງ? ທ່ານຄວນຕໍ່ລ່ວງໜ້າກ່ອນຈັກມື້ຈັກເດືອນ? ມື້ນີ້ນ້ອງກະຕ່າຍນອ້ຍມີຄຳຕອບສຳລັບທ່ານ. ຂໍ້ດີຂອງການຕໍ່ປະກັນໄພລົດລ່ວງ ໜ້າ ຊ່ວຍທ່ານໃນການວາງແຜນເງິນຂອງທ່ານ. ຖ້າຫາກປະກັນໄພຈະໝົດ ຫຼື ບໍ່ມີເງິນສົດ ຖ້າເປັນແບບນີ້ຄົງບໍ່ດີແນ່ນອນ. ແຕ່ຖ້າທ່ານຕໍ່ປະກັນໄພລົດລ່ວງໜ້າ ເມື່ອທ່ານພ້ອມເລື່ອງເງິນບັນຫາເຫລົ່ານີ້ຈະໝົດໄປ. ພວກເຮົາສາມາດຄິດໄລ່ວ່າມັນຈະມີລາຄາເທົ່າໃດ. ຈະມີການຈັດສັນເງິນສົດທີ່ກຽມໄວ້. ປົກປ້ອງລົດຂອງທ່ານຢ່າງຕໍ່ເນື່ອງ. ການຕໍ່ອາຍຸການປະກັນໄພລົດລ່ວງໜ້າ ຖືວ່າຊ່ວຍທ່ານໃນການນຳໃຊ້ລົດຂອງທ່ານດ້ວຍຄວາມສະບ່າຍໃຈ. ບໍ່ເສຍເວລາໝົດກັງວົນ, ບໍ່ຕ້ອງນັ່ງລູ້ນ ນັບວັນເວລາຂອງການລໍຖ້າການປະກັນໄພຈະໝົດ ອາຍຸ. ມີເວລາທີ່ຈະເລືອກບໍລິສັດປະກັນໄພ ທ່ານຈະມີເວລາພິຈາລະນາ. ປຽບທຽບການຄຸ້ມຄອງຂອງບໍລິສັດທີ່ແຕກຕ່າງກັນ ບໍລິສັດໃດທີ່ພໍຕອບໂຈດໃນການໃຊ້ລົດຂອງທ່ານ ຕໍ່ປະກັນໄພລົດລ່ວງໜ້າດົນປານໃດ ໂດຍສ່ວນໃຫຍ່, ຄົນນິຍົມຕໍ່ປະກັນໄພລ່ວງໜ້າ. ໂດຍປົກກະຕິແລ້ວເລືອກທີ່ຈະຕໍ່ປະກັນໄພໃໝ່ຢ່າງໜ້ອຍ 6 ເດືອນ, 3 ເດືອນ, 1 ເດືອນ, 1 ອາທິດ, ແລະ 1 ວັນກໍ່ມີ. ຊື່ງໃນແຕ່ລະໄລຍະມີຂໍ້ດີ ແລະ […]

ໄຂ້ RSV ໄວຣັສອັນຕະລາຍຂ້າຊີ

ມາຮູ້ຈັກໄວຣັສ RSV ທີ່ມັກຈະແຜ່ລະບາດໃນຊ່ວງລະດູຝົນຕົ້ນໜາວ. ກັບຄືນສູ່ການລະບາດຂອງໄວຣັສ RSV ເມື່ອ ໜ້າເວັບໄດ້ອອກມາກ່າວເຖິງວ່າສະຖານະການຂອງການລະບາດຂອງໂລກ RSV ທີ່ ກຳ ລັງລະບາດໜັກຢູ່ໃນຂະນະນີ້. ລະບາດໜັກກວ່າ COVID-19. ເຊິ່ງກຸ່ມສ່ຽງ, ຂອງພະຍາດນີ້ແມ່ນ ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ, ຍິ່ງອາຍຸນ້ອຍຍິ່ງ ຮຸນແຮງ. ມື້ນີ້ກະຕ່າຍນ້ອຍ KX ຈະພາເພື່ອນໆມາທຳຄວາມຮູ້ຈັກກັບໂລກໄຂ້ RSV ວ່າອັນຕະລາຍແນວໃດ ອາການແນວໃດ ແລະ ການປ້ອງກັນພະຍາດ, ມາຝາກ ພໍ່ແມ່ຂອງນ້ອງໆກັນ ໄວຣັສ RSV ແມ່ນຫຍັງ? RSV ຫຍໍ້ມາຈາກ ‘’ Respiratory Syncytial ’’. ມີ2 ສາຍພັນຄື: RSV-A ແລະ RSV-B. ແມ່ນ ເຊື້ອໄວຣັສ ປອດອັກເສບ ມັກຈະເຮັດໃຫ້ເກີດອາການຮຸນແຮງໃນເດັກນ້ອຍ ແລະ ມັກຈະລະບາດໃນລະດູຝົນ ຫລື ໃນຕອນທ້າຍຂອງລະດູຝົນຕົ້ນໜາວ ອາການຂອງຄົນທີ່ຕິດເຊື້ອໄວຣັສ RSV ອາການຂອງການຕິດເຊື້ອ […]

ໄຂ້ RSV ເຊື້ອໄວຣັສອັນຕະລາຍຂ້າລູກນ້ອຍ

ມາຮູ້ຈັກໄວຣັສ RSV ທີ່ມັກຈະແຜ່ລະບາດໃນຊ່ວງລະດູຝົນຕົ້ນໜາວ. ກັບຄືນສູ່ການລະບາດຂອງໄວຣັສ RSV ເມື່ອ ໜ້າເວັບໄດ້ອອກມາກ່າວເຖິງວ່າສະຖານະການຂອງການລະບາດຂອງໂລກ RSV ທີ່ ກຳ ລັງລະບາດໜັກຢູ່ໃນຂະນະນີ້. ລະບາດໜັກກວ່າ COVID-19. ເຊິ່ງກຸ່ມສ່ຽງ, ຂອງພະຍາດນີ້ແມ່ນ ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ, ຍິ່ງອາຍຸນ້ອຍຍິ່ງ ຮຸນແຮງ. ມື້ນີ້ກະຕ່າຍນ້ອຍ KX ຈະພາເພື່ອນໆມາທຳຄວາມຮູ້ຈັກກັບໂລກໄຂ້ RSV ວ່າອັນຕະລາຍແນວໃດ ອາການແນວໃດ ແລະ ການປ້ອງກັນພະຍາດ, ມາຝາກ ພໍ່ແມ່ຂອງນ້ອງໆກັນ ໄວຣັສ RSV ແມ່ນຫຍັງ? RSV ຫຍໍ້ມາຈາກ ‘’ Respiratory Syncytial ’’. ມີ2 ສາຍພັນຄື: RSV-A ແລະ RSV-B. ແມ່ນ ເຊື້ອໄວຣັສ ປອດອັກເສບ ມັກຈະເຮັດໃຫ້ເກີດອາການຮຸນແຮງໃນເດັກນ້ອຍ ແລະ ມັກຈະລະບາດໃນລະດູຝົນ ຫລື ໃນຕອນທ້າຍຂອງລະດູຝົນຕົ້ນໜາວ   ອາການຂອງຄົນທີ່ຕິດເຊື້ອໄວຣັສ RSV […]

ສີ່ງທີ່ຕ້ອງກວດເຊັກ ເມື່ອລົດຕ້ອງລຸຍຝົນ

ການຮັກສາລົດໃນລະດູຝົນທີ່ເຈົ້າຂອງລົດບໍ່ຄວນລະເລີຍມີຫຍັງແນ່? ເມື່ອລະດູຝົນມາຮອດ ນອກຈາກບັນຫານໍ້າຖ້ວມທີ່ສົ່ງຜົນໃຫ້ການເດີນທາງຫຍຸ້ງຍາກ ລວມທັງການສັນຈອນແອອັດ ອີກສິ່ງໜຶ່ງທີ່ຄວນເອົາໃຈໃສ່ແມ່ນ ການຂັບຂີ່ດ້ວຍຄວາມລະມັດລະວັງ ຖ້າທ່ານບໍ່ຢາກໃຫ້ອຸບັດຕິເຫດທີ່ບໍ່ຄາດຄິດເກີດຂຶ້ນ.ນອກຈາກນີ້, ອີກໜຶ່ງບັນຫາທີ່ມັກເກີດຂຶ້ນກັບລົດໃນລະດູຝົນທີ່ບໍ່ສາມາດຫຼີກລ່ຽງໄດ້ແມ່ນ ການເບິ່ງແຍງລົດໃຫ້ເຫມາະສົມ ເພາະວ່າອາດຈະສ້າງຄວາມເສຍຫາຍທີ່ມີຄ່າໃຊ້ຈ່າຍສ້ອມແປງສູງໄດ້. ສະນັ້ນ, ເພື່ອປ້ອງກັນບໍ່ໃຫ້ລົດຄູ່ໃຈ ຕ້ອງເກີດບັນຫາທີ່ຍາກເກີນຈະຈັດການ. ເຮົາມີວິທີການເບິ່ງແຍງລົດໃນຊ່ວງລະດູຝົນມາແບ່ງປັນດັ່ງນີ້: ກວດເຊັກໄດສະຕາດ ກວດສອບໄດ້ໂດຍການບິດກະແຈເລີ່ມສະຕາດລົດ ຖ້າລະບົບໄດສະຕາດເຮັດວຽກຊ້າລົງ ​ໝາຍ​ຄວາມ​ວ່າ ນ້ຳຝົນມີສ່ວນເຮັດໃຫ້ເກີດປັນຫາ ແລະ ຖ້າປະໄວ້ອາດຈະສ້າງຄວາມເສຍຫາຍໃຫ້ແກ່ລົດ ລວມໄປເຖິງອຸປະຕິເຫດທາງລົດໄດ້ ເຊິ່ງສາມາດແກ້ໄຂໄດ້ໂດຍການຖອດໄດສະຕາດອອກມາທໍາຄວາມສະອາດ. ກວດເຊັກລະບົບເບກລົດ ຖ້າພົບວ່າເມື່ອເບກແລ້ວລົດຍັງເລື່ອນໄປທາງໜ້າ ຫລື ສະບັດໄປທາງຊ້າຍ-ຂວາ ຕ້ອງຮີບຟ້າວໄປກວດກາທັນທີ ເພາະຖ້າປະໄວ້ຈະເຮັດໃຫ້ເກີດອຸບັດຕິເຫດລົດໃຫຍ່ໄດ້. ກວດເຊັກຢາງລົດ ໃນກໍລະນີທີ່ຢາງລົດຖືກໃຊ້ມາເປັນເວລາຫຼາຍກວ່າ 3 ປີຂື້ນໄປ ມັນອາດເຮັດໃຫ້ເສື່ອມສະພາບ ບໍ່ມີຄວາມຍືດຍຸ່ນໃນການຍຶດເກາະຖະຫນົນ ສະນັ້ນໃນເວລາທີ່ເບກກະທັນຫັນ ຫລື ເບຣກແຮງຈະເຮັດໃຫ້ເກີດການເລື່ອນໄຖ ເພາະສະນັ້ນຄວນກວດສອບຢາງວ່າບາງກວ່າ 2.5 ມມ ຫລື ບໍ່ ເພື່ອທ່ານສາມາດຂັບຂີ່ໃນພື້ນທີ່ທີ່ມີນ້ຳຂັງໄດ້ຢ່າງປອດໄພ ແລະມີການຮີດນໍ້າອອກໄດດີ ບໍ່ເສຍການຊົງໂຕໃນຂະນະທີ່ລົດຂອງທ່ານຢູ່ເທີງແຄມທາງທີ່ມີນ້ຳນອງ ກວດເຊັກລະບົບປັດນ້ຳຝົນ ເຄື່ອງປັດນ້ຳຝົນແມ່ນອີກສິ່ງໜຶ່ງທີ່ບໍ່ຄວນລະເລີຍເຊັ່ນກັນ ໂດຍການກວດສອບວ່າຢາງຂອງເຄື່ອງປັດນ້ຳຝົນແມ່ນຢູ່ໃນສະພາບສາມາດເຮັດວຽກ ຫຼື ບໍ່ ເຊິ່ງຖ້າປັດແລ້ວບໍ່ລຽບ, ເປັນຄື້ນ ລວມທັງມີສຽງດັງ ແນະນຳໃຫ້ປ່ຽນແນວປັດນ້ຳຝົນເພື່ອຄວາມປອດໄພຂອງການຂັບຂີ່ໃນລະດູຝົນ. […]

7 ສິ່ງທີ່ຄວນເຮັດເມື່ອອຸປະຕິເຫດທາງລົດ

7 ສິ່ງທີ່ຄວນເຮັດເມື່ອອຸປະຕິເຫດທາງລົດ ໃນກໍລະນີເກີດອຸບັດຕິເຫດ ເຊື່ອວ່າຫຼາຍຄົນຕື່ນຕົກໃຈທີ່ຈະເຮັດບາງຢ່າງໂດຍບໍ່ຮູ້ວ່າຈະເຮັດຫຍັງກັບເຫດການທີ່ເກີດຂື້ນ ມື້ນີ້ເຮົາຈະແນະນຳ ສິ່ງທີ່ທ່ານຄວນເຮັດໃນກໍລະນີທີ່ເກີດອຸບັດຕິເຫດ. ເພື່ອໃຫ້ທ່ານສາມາດໄດ້ຮັບການຊ່ວຍເຫຼືອ ແລະ ບໍ່ສູນເສຍຜົນປະໂຫຍດທີ່ທ່ານຄວນຈະໄດ້ຮັບ ລວມທັງເວລາປະກັນໄພລົດທີ່ທ່ານໄດ້ເຮັດໄວ້ ຈະໄດ້ຮັບແກ້ໄຂຢ່າງງ່າຍດາຍດັ່ງຕໍ່ໄປນີ້ 1. ຢຸດລົດ ໃຫ້ທ່ານຢຸດລົດທັນທີ ເຖິງແມ່ນວ່າອຸບັດຕິເຫດັນັ້ນແມ່ນອຸບັດຕິເຫດນ້ອຍໆ, ຢ່າຍ້າຍລົດຈົນກວ່າທ່ານຈະສາມາດຕົກລົງກັນໄດ້ວ່າຜູ້ໃດເປັນຄົນຜິດ. ທາງທີ່ດວນໃຫ້ເຈົ້າຫນ້າທີ່ຕຳຫລວດມາຂີດເສັ້ນຂອງອຸບັດຕິເຫດກ່ອນ, ແຕ່ທ່ານຢູ່ໃນສະຖານທີ່ປ່ຽວ ຫ້າມລົງຈາກລົດ ໃຫ້ຈື່ເລກທະບຽນ ແລະ ລາຍລະອຽດຕ່າງໆຂອງຄູ່ກໍລະນີ ແລະ ສະຖານທີ່ເກີດເຫດໄວ້ ແລ້ວກໍ່ຮີບດ່ວນຈາກສະຖານທີ່ເກີດເຫດໄປຫາຕຳຫຼວດໃຫ້ໄວທີ່ສຸດ 2. ຢ່າເວົ້າ ຖ້າທ່ານຍັງບໍ່ແນ່ໃຈວ່າໃຜຜິດ ການຂໍໂທດອາດຈະເຮັດໃຫ້ຄູ່ກໍລະນີອ້າງວ່າທ່ານໄດ້ຂໍໂທດຍ້ອນວ່າທ່ານຜິດ. ແຕ່ຖ້າທ່ານກ່າວໂທດຄຸ່ກໍລະນິ ມັນອາດຈະເຮັດໃຫ້ຄູ່ກໍລະນີບໍ່ພໍໃຈຈົນເຮັດໃຫ້ສະຖານະການຈະຮ້າຍແຮງຂື້ນ ສະນັ້ນຄວນລໍຖ້າເຈົ້າໜ້າ ທີ່ກ່ຽວຂ້ອງເຂົ້າມາກວດກາກ່ອນເປັນການດີທີສຸດ. 3. ໃຫ້ຂໍ້ມູນ ແລະ ຊອກຫາຂໍ້ມູນ ທ່ານຄວນໃຫ້ຂໍ້ມູນເຊັ່ນ: ຊື່, ທີ່ຢູ່, ທະບຽນລົດ ແລະ ຊື່ປະກັນໄພທີ່ທ່ານມີ ໃຫ້ກັບຄູ່ກໍລະນີ ຫລື ເຈົ້າໜ້າທີ່ຕຳຫຼວດ ແລະ ທ່ານກໍ່ຄວນຂໍຂໍ້ມູນຈາກຄູ່ກໍລະນີເຊັນກັນ ຖ້າອີກຝ່າຍບໍ່ໃຫ້ ໃຫ້ທ່ານຈື່ລາຍລະອຽດຕ່າງໆ ຂອງຄູ່ກໍລະນີເອົາໄວ້ ໂດຍສະເພາະເລກທີ່ລົງທະບຽນ 4. ແຈ້ງຕຳຫຼວດ ທຸກໆຄັ້ງທີ່ມີອຸບັດຕິເຫດເກີດຂື້ນບໍ່ວ່າຈະນ້ອຍ […]

5 ສິ່ງທີ່ຕ້ອງຫ້າມເດັດຂາດ ການປະກັນໄພ

ຖ້າທ່ານຄິດວ່າເມື່ອທ່ານມີປະກັນໄພລົດທ່ານຈະສາມາດຂັບລົດແນວໃດກໍ່ໄດ້ ເຖິງຈະເກີດອຸບັດຕິເຫດປະກັນໄພຈະໃຫ້ການຄຸ້ມຄອງຢູ່ດີ, ທ່ານກຳລັງຄິດຜິດ!! ເພາະມີຢູ່ບາງກໍລະນີ ຕໍ່ໃຫ້ທ່ານເຮັດປະກັນລົດຊັ້ນ 1 ກໍ່ຈະບໍ່ໄດ້ຮັບການຄຸ້ມຄອງ. ເຊິ່ງຈະມີກໍລະນີໃດແນ່ນັ້ນເຮົາໄປເບິ່ງພ້ອມກັນເລີຍ: 1. ບໍ່ມີໃບຂັບຂີ່, ໃບຂັບຂີ່ໝົດອາຍຸ ຫຼື ໃບຂັບຂີ່ຜິດປະເພດ ຂໍ້ທຳອິດທີ່ສຳຄັນກໍຄືໃບຂັບຂີ່ນັ້ນເອງ, ຫາກທ່ານບໍ່ມີໃບຂັບຂີ່ ຫຼື ໃບຂັບຂີ່ໝົດອາຍຸ ປະກັນໄພຈະບໍ່ຮັບຜິດຊອບຢ່າງແນ່ນອນ. ສຳລັບໃບຂັບຂີ່ຜິດປະເພດມັນກໍຄືກັບການເອົາປີ້ຍົນໄປຂຶ້ນປີ້ລົດເມຫັ້ນລະ ມັນກໍ່ບໍ່ສາມາດແທນກັນໄດ້ ສະນັ້ນການຂັບຂີ່ລົດຕ້ອງເບິ່ງວ່າຕົນເອງມີໃບອະນຸຍາດໃນການຂັບຂີ່ປະເພດໃດເຊັ່ນກັນ. 2. ເມົາແລ້ວຂັບ ການຖືວ່າເມົາແລ້ວຂັບ ແມ່ນປະລິມານທາດເຫຼົ້າໃນເລືອດທ່ານເກີນ 80 mg/100 ml, ນອກຈາກຈະຜິດກົດໝາຍຈະລາຈອນແລ້ວ ຖ້າອຸປະຕິເຫດເກີດຂື້ນມາ ທ່ານຈະບໍ່ໄດ້ຮັບການຄຸ້ມຄອງຈາກບໍລິສັດປະກັນໄພ. 3. ນຳເອົາລົດໄປໃຊ້ລາກ ຖ້າທ່ານໃຊ້ລົດຂອງທ່ານເພື່ອໄປໃຊ້ລາກລົດຄັນອື່ນ ທາງບໍລິສັດປະກັນໄພຖືວ່ານຳໃຊ້ລົດຜິດປະເພດ ຖ້າຄວາມເສຍຫາຍເກີດຂື້ນກັບລົດ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງໃດໆ ຍົກເວັ້ນລົດລາກທີ່ເຮັດປະກັນໄພໃນດ້ານນີ້ໂດຍສະເພາະ. 4. ນຳໃຊ້ລົດໄປໃຊ້ທາງຜິດກົດໝາຍ ຖ້າທ່ານນຳລົດໄປໃຊ້ໃນທາງຜິດກົດໝາຍ ບໍ່ວ່າຈະເປັນການນຳໄປເປັນພາຫະນະໃນການປຸ້ນຊັບ ຫລື ຂົນສົ່ງສີ່ງຂອງຜິດກົດຫມາຍ ແລ້ວເກີດອຸບັດຕິເຫດ ຫລື ຄວາມເສຍຫາຍຕໍ່ລົດໃນຂະນະນັ້ນ ບໍລິສັດປະກັນໄພຈະບໍ່ໃຫ້ການຄຸ້ມຄອງທ່ານເລີຍ. 5. ນໍາລົດໄປໃຊ້ຜິດປະເພດຈາກທີ່ກໍານົດໃນສັນຍາ ຖ້າທ່ານເອົາລົດທີ່ເຮັດປະກັນໄພໄປໃຊ້ນອກເໜືອຈາກທີ່ລະບຸສັນຍາ ເມື່ອອຸປະຕິເຫດເກີດຂື້ນແມ່ນຈະບໍ່ຄຸ້ມຄອງ ເຊັ່ນ: ສັນຍາປະກັນໄພລະບຸວ່າລົດນໍາໃຊ້ແບບສ່ວນບຸກຄົນ ແຕ່ນຳໄປໃຊ້ສຳລັບການດຳເນີນທຸລະກິດ […]

ປະຕິບັດຫຼັກການ “5ປ”

ປະຕິບັດຫຼັກການ “5ປ” ສະກັດພະຍາດໄຂ້ຍຸງລາຍຕັ້ງແຕ່ຫົວທີ ຫຼັກການ 5ປ ເປັນຫຼັກການທີ່ທາງພາກລັດໄດ້ມີການໂຄສະນາໃຫ້ປະຊາຊົນທົ່ວປະເທດປະຕິບັດຕາມ ເພື່ອເປັນການປ້ອງກັນພະຍາດໄຂ້ຍຸງລາຍ ເຊິ່ງແຕ່ລະປີເຮັດໃຫ້ມີຜູ້ເຈັບເປັນ ແລະ ເສຍຊີວິດເປັນຈຳນວນຫຼາຍ. ພະ­ຍາດ​ໄຂ້­ຍຸງ​ລາຍ ຫຼື ໄຂ້­ເລືອດ­ອອກ ເປັນ​ພະ­ຍາດ​ໜຶ່ງ​ທີ່​ສ່ວນ​ໃຫຍ່​ຈະ​ເກີດ​ການ​ລະ­ບາດ​ໃນ​ໄລ­ຍະ​ລະ­ດູ­ຝົນ ເຊິ່ງ​ໃນ​ປີ­ຜ່ານ­ມາ ພະ­ຍາດ​ດັ່ງ­ກ່າວ​ໄດ້​ແຜ່​ລະ­ບາດ​ຫຼາຍ​ໃນ​ໄລ­ຍະ​ລະ­ດູ­ຝົນ ໂດຍ​ສະ­ເພາະ ເດືອນ​ມິ­ຖຸ­ນາ​ຫາ​ກໍ­ລະ­ກົດ ໃນ​ໄລ­ຍະ​ນີ້ ຈຳ­ນວນ​ຄົນ​ເຈັບ​ພະ­ຍາດ​ໄຂ້­ຍຸງ​ລາຍ​ໄດ້​ເກີດ​ຂຶ້ນ​ຫຼາຍ ສະ­ແດງ​ໃຫ້​ເຫັນ​ມີ​ຄົນ​ເຈັບ​ໄຂ້­ຍຸງ​ລາຍ​ສະ​ສົມ​ທັງ​ໝົດ 3,422 ກໍ­ລະ­ນີ ເສຍ​ຊີ­ວິດ 8 ກໍ­ລະ­ນີ (ຂໍ້ມູນໄຂ້ຍຸງລາຍ ວັນທີ 20/7/2020 ທິ່ມາ FB: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ) ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະ­ຍາດ​ໄຂ້­ຍຸງ​ລາຍ​ແພ່ລະ­ບາດ​ເກີດ​ຂຶ້ນ​ຄື​ປີ​ຜ່ານໆ​ມາ​ນັ້ນ ທຸກ​ຄົນ​ຕ້ອງ​ຫັນ​ມາ​ເພີ່ມ​ທະ­ວີ​ການ​ປະ­ຕິ­ບັດ​ຫຼັກ­ການ 5ປ ເພື່ອ​ຕັດ​ວົງ​ຈອນ​ໜອນ​ນ້ຳ​ຍຸງ​ລາຍ ບໍ່​ມີ​ຍຸງ​ລາຍ​ບໍ່​ມີ​ໄຂ້­ເລືອດ­ອອກ. ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຫຼັກ­ການ 5ປ ທີ່​ກະ­ຊວງ​ສາ­ທາ­ລະ­ນະ​ສຸ​ກວາງ​ອອກ ​ທຸກ​ຄົນກໍຄືທຸກ​ຄອບ­ຄົວ​ຕ້ອງ​ປະ­ຕິ­ບັດ​ເປັນ​ປະ­ຈຳ ປະ­ກອບ​ມີ: ປ ທີ 1: ປິດ​ຝາ​ພາ­ຊະ­ນະ​ທີ່​ເກັບ​ນ້ຳ​ໃນ​ເຮືອນ ແລະ ນອກ​ເຮືອນ ເພື່ອ​ບໍ່​ໃຫ້​ຍຸງ​ມາ​ໄຂ່​ໃສ່​. […]

ຂໍ້ດີຂອງການເຮັດ “ປະກັນ”

ຖ້າເວົ້າເຖີງ “ການປະກັນໄພ” ກໍ່ຄື ການກະຈາຍຄວາມສ່ຽງ ນັ້ນເອງ. ຄວາມສ່ຽງທີ່ຈະບອກນີ້ໝາຍເຖິງຄວາມສ່ຽງທີ່ ໂຕເຮົາເອງ, ຢ່າຟ້າວສັບສົນເດີ້ວ່າແມ່ນຫຍັງຄື “ຄວາມສ່ຽງຂອງໂຕເຮົາເອງ” ເພາະຫຼາຍໆຄົນອາດຄຸ້ນເຄີຍກັບຄໍາວ່າການລົງທືນມີຄວາມສ່ຽງ ຕ້ອງບໍລິຫານຄວາມສ່ຽງ, ຕ້ອງ ກະຈາຍຄວາມສ່ຽງ ຕ່າງໆນານາ ບໍ່ວ່າຈະເປັນ “ການຊື້ດິນແລ້ວຂາຍອອກຍາກ” ຫຼື “ການເຮັດຕຶກອາຄານແລ້ວບໍ່ມີຄົນເຊົ່າ” ເຊິ່ງໃນຄວາມເປັນຈິງແລ້ວສິ່ງນີ້ກໍ່ຮ້ອງວ່າຄວາມສ່ຽງເຊັ່ນກັນ ແຕ່ເຂົາຈະຮ້ອງວ່າ “ຄວາມສ່ຽງຈາກການລົງທືນ”. ແຕ່ຄວາມສ່ຽງທີ່ພວກເຮົາເວົ້າເຖິງນີ້ແມ່ນ ຄວາມສ່ຽງທີ່ພວກເຮົາຈະເຈັບປ່ວຍ, ບໍ່ສະບາຍ ລວມທັງອຸບັດຕິເຫດທີ່ພວກເຮົາບໍ່ຄາດຄິດ. ໃຫ້ທ່ານລອງຄິດຕາມເຮົາເບີ່ງ ດຽວນີ້ເຕັກໂນໂລຢີການແພດກໍທັນສະໄຫມຫລາຍແລ້ວ ເຮົາກໍສາມາດສະບາຍໃຈໄດ້ລະດັບໜຶ່ງວ່າການປິ່ນປົວຕ້ອງເຊົາແນ່ນອນ ແຕ່ກໍຢ່າລືມວ່າຄ່າໃຊ້ຈ່າຍໃນການປິ່ນປົວກໍບໍ່ແມ່ນໜ້ອຍເດີ້ ຖ້າວ່າຜູ້ໃດບໍ່ໄດ້ກະກຽມມາກ່ອນກໍອາດເປັນໜີ້ເປັນສິນໄດ້ເລີຍ. ສົມມຸດວ່າເຮົາໄປກວດສຸຂະພາບແລ້ວພົບເຫັນເນື້ອງອກ ຫຼື ມະເລັງ ເຮັດໃຫ້ຕ້ອງຜ່າຕັດ ຖ້າພວກເຮົາບໍ່ມີການກະກຽມຫຍັງໄວ້ ແນ່ນອນວ່າເຮົາກໍຈໍາເປັນຕ້ອງເອົາຊັບສິນໄປປ່ຽນເປັນເງິນສົດເພື່ອຈ່າຍຄ່າຮັກສາ. ນັ້ນຈຶ່ງເປັນເຫດຜົນວ່າເປັນຫຍັງພວກເຮົາຄວນ “ກະຈາຍຄວາມສ່ຽງ” ອອກຈາກຕົວເຮົາ ແລະ ສີນຄ້າທາງການເງິນອັນດຽວທີ່ຈະຊ່ວຍທ່ານກະຈາຍຄວາມສ່ຽງໄດ້ມີພຽງແຕ່ ການປະກັນໄພ ເທົ່ານັ້ນ. ໃນທີ່ນີ້ໝາຍເຖິງ ປະກັນຊີວິດ, ປະກັນສຸຂະພາບ, ປະກັນໄພອຸປະຕິເຫດ ຫຼື ຈະເປັນການປະກັນສັງຄົມກໍໄດ້ ພຽງເພື່ອຮັບປະກັນວ່າເວລາຕ້ອງໄປໂຮງໝໍກໍມີຄົນຊ່ວຍຈ່າຍຄ່າຮັກສາ. ຈະດີບໍ່? ຖ້າເຮົາມີ ປະກັນໄພ ມາເປັນເບາະຊ່ວຍຮອງຮັບຄ່າໃຊ້ຈ່າຍ ໃຫ້ຮູ້ສຶກຄືຕົກລົງມາຈາກຕືກ […]

ປະໂຫຍດການເຮັດປະກັນຊີວິດ

ທ່ານເຄີຍສົງໄສບໍ່ວ່າເປັນຫຍັງເຮົາຕ້ອງເຮັດປະກັນຊີວິດ ແລະ ການເຮັດປະກັັນຊີວິດສາມາດໃຫ້ຜົນຕອບແທນຫຍັງແດ່ແກ່ເຮົາ? ຜົນປະໂຫຍດໃນການເຮັດປະກັນຊີວິດກໍຄື: 👪ປະກັນຊີວິດຊ່ວຍສ້າງຄວາມຫຼັກປະກັນໃຫ້ແກ່ຄອບຄົວ. ໃນກໍລະນີທີ່ເກີດເຫດທີ່ບໍ່ຄາດຄິດກັບທ່ານທີ່ເປັນຫົວໜ້າຄອບຄົວ ໂດຍທີ່ຍັງບໍ່ມີການວາງແຜນການເງິນທີ່ດີໄວ້, ແນ່ນອນວ່າຈະເຮັດໃຫ້ຄອບຄົວປະສົບກັບປັນຫາຢ່າງຫຼວງຫຼາຍ. ໂດຍສະເພາະຖ້າຍັງມີພາລະຄ່າໃຊ້ຈ່າຍຕ່າງໆເຊັ່ນ: ຜ່ອນລົດ, ຜ່ອນບ້ານ ແລະ ອື່ນໆ. ດັ່ງນັ້ນ, ການເຮັດປະກັນຊີວິດໄວ້ ຈຶ່ງເປັນການວາງແຜນສຳຮອງທີ່ສາມາດຊ່ວຍບັນເທົາຄວາມເດືອດຮ້ອນທາງການເງິນໃຫ້ຄົນໃນຄອບຄົວໄດ້. ສົນໃຈເຮັດປະກັນຊີວິດ ລາຍລະອຽດເພີ່ມຕື່ມ ໂທ: 📞 021411168-9 ຫລື ກົດທີ່ນີເພີື່ອຊື້  

ວິທີຈັດລະບຽບເຮືອນເພື່ອປ້ອງກັນເຫດໄຟໄໝ້

ບັນຫາເລື່ອງໄຟໄໝ້ ສ້າງຄວາມເສຍຫາຍໃຫ້ກັບທັງຊັບສິນ ແລະ ຊີວິດມາຫຼາຍນັບບໍ່ຖ້ວນ ໂດຍສະເພາະໃນຍາມຮ້ອນເຊິ່ງອາກາດກໍອົບເອົ້າ ເພີ່ມຄວາມສ່ຽງໃນການເກີດໄຟໄໝ້ ເຫັນໄດ້ຈາກອາທິດທີ່ຜ່ານມາເກີດເຫດໄຟໄໝ້ຫຼາຍຄັ້ງທັງໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ກະຕ່າຍນ້ອຍ KX ຈຶ່ງໄດ້ລວມເອົາວິທີການຈັດລະບຽບເຮືອນ ເພື່ອປ້ອງກັນບໍ່ໃຫ້ເກີດໄຟໄໝ້ມາຝາກ ຖືວ່າເປັນຄູ່ມືສຳລັບຄົນທີ່ກຳລັງກັງວົນໃຈຫ່ວງເຮືອນຊານບ້ານຊ່ອງໃນໄລຍະນີ້ກໍວ່າໄດ້. 1.ຄວາມເປັນລະບຽບ:  ການຈັດເຄື່ອງຂອງພາຍໃນເຮືອນ ແລະ ນອກເຮືອນໃຫ້ເປັນລະບຽບເປັນຈຸດເລີ່ມຕົ້ນທີ່ດີໃນການປ້ອງກັນໄຟໄໝ້ເຮືອນ ເພາະເຮືອນບາງຫຼັງບໍ່ມີການແຍກປະເທດເຄື່ອງຂອງ ມັກຈະນຳເອົາເຄື່ອງຂອງຕ່າງໆມາຢູ່ລວມກັນ ເຊິ່ງທ່ານອາດນຳເອົາຊະນວນທີ່ເຮັດໃຫ້ເກີດແປວໄຟໄປໄວ້ນຳວັດຖຸທີ່ຕິດໄຟງ່າຍໂດຍບໍ່ຮູ້ໂຕ. ສະນັ້ນ ຄວນແຍກສິ່ງຂອງທີ່ອາດເຮັດໃຫ້ເກີດປະກາຍໄຟ ຫຼື ຄວາມຮ້ອນກັບເຊື້ອໄຟຕ່າງໆອອກຈາກກັນ. ພ້ອມນັ້ນກໍໃຫ້ກຳຈັດວັດສະດຸທີ່ເປັນເຊື້ອໄຟທີ່ບໍ່ຈຳເປັນຕ້ອງໃຊ້ແລ້ວເຊັ່ນ: ເຈ້ຍເສດ, ໜັງສືພິມ ຫຼື ແຍກເກັບສານເຄມີທີ່ຕິດໄຟງ່າຍໄວ້ໃນບ່ອນທີ່ແຫ້ງ, ອາກາດຖ່ານເທສະດວກ, ຫ່າງຈາກແຫຼ່ງຄວາມຮ້ອນ. 2.ກວດກາອຸປະກອນ ແລະ ເຄື່ອງໃຊ້ໄຟຟ້າ:  ອຸປະກອນກ່ຽວກັບໄຟຟ້າບາງຢ່າງອາດມີອາຍຸການນຳໃຊ້ທີ່ດົນເກີນໄປ ແລະ ອາດສ່ຽງທີ່ຈະເຮັດໃຫ້ເກີດໄຟໄໝ້ໄດ້ຢ່າງ່າຍດາຍເຊັ່ນ: ສາຍໄຟທີ່ເກົ່າຫຼາຍ, ປັກໄຟທີ່ເປ່ເພ. ດ່ັງນັ້ນ ຄວນກວດກາໃຫ້ເຄື່ອງໃຊ້ໄຟຟ້າດັ່ງກ່າວໃຫ້ຢູ່ໃນສະພາບທີ່ສົມບູນ ຖ້າພົບວ່າສາຍໄຟຈີກຂາດ, ບຸ້ມ, ບວມ, ສີປ່ຽນ, ມີກິ່ນໄໝ້ ໃຫ້ສ້ອມແປງ ຫຼື ປ່ຽນໃໝ່ທັນທີ. ພ້ອມນັ້ນ ກໍບໍ່ຄວນສຽບປັກໄຟຫຼາຍອັນກັບເຕົ້າສຽບອັນດຽວ ຫຼື ສຽບປັກໄຟຄ້າງໄວ້ເປັນເວລາດົນ ແລະ ຄວນຕິດຕັ້ງເຄື່ອງຕັດກະແສໄຟຟ້າອັດຕະໂນມັດ. […]

1 2 3 4 7