ວິທີເຊັດຂີ້ນົກຢ່າງຖືກຕ້ອງ ສີລົດບໍ່ລອກ ບໍ່ເຮັດໃຫ້ເກີດມີຮອຍດ່າງ

🔊ວິທີເຊັດຂີ້ນົກຢ່າງຖືກຕ້ອງ ສີລົດບໍ່ລອກ ບໍ່ເຮັດໃຫ້ເກີດມີຮອຍດ່າງ🐦🚍

👉ໃຊ້ຜ້າປຽກ.
ວິທີການເບື້ອງຕົ້ນແມ່ນ ການໃຊ້ຜ້າຊຸບນ້ຳ ແລ້ວນໍາໄປເຊັດລົດ ເຊິ່ງຈະເຮັດໃຫ້ຂີ້ນົກທີ່ແຫ້ງແຂງຢູ່ລະລາຍ ແລະ ອ່ອນຕົວລົງ
ແນ່ນອນວ່າຜ້າທີ່ໃຊ້ນັ້ນຄວນເປັນຜ້ານຸ້ມໆເຊັ່ນ: ຜ້າ Microfiber ໂດຍອາດຈະແຊ່ຜ້າ microfiber ໃນນ້ຳຢາຮັກສາຄວາມສະອາດທີ່ປອດໄພສຳຫຼັບລົດ.

👉 ໃຊ້ໂຊດາປະສົມນ້ຳ.
ຂີ້ນົກສາມາດເຊັດອອກໄດ້ງ່າຍດາຍດ້ວຍຜ້າ microfiber ແລະ ນ້ຳໂຊດາ ປະຕິກິລິຍາຂອງທາດກາກບອນຈາກໂຊດາຈະຊ່ວຍໃນການຍ່ອຍສະຫຼາຍຄຸນສົມບັດທີ່ເປັນກົດຂອງຂີ້ນົກ ພຽງແຕ່ຖອກນ້ຳ ໂຊດາລົງໃສ່ພື້ນທີ່ທີ່ມີຂີ້ນົກ ແລະ ປະໄວ້ໄລຍະໜື່ງ ຫຼັງຈາກນັ້ນເຊັດມັນອອກຄ່ອຍໆດ້ວຍຜ້າ microfiber.

👉 ໃຊ້ນ້ຳຢາເຮັດຄວາມສະອາດຂີ້ນົກໂດຍສະເພາະ.
ນ້ຳຢາທໍາຄວາມສະອາດຂີ້ນົກທີ່ໄດ້ມາດຕະຖານຈະມີຄຸນສົມບັດເຮັດປະຕິກິລິຍາກັບກົດໃນຂີ້ນົກ ແລະ ຊ່ວຍໃຫ້ທ່ານຮັກສາຄວາມສະອາດ ແລະ ເຊັດມັນອອກໄປໄດ້ຢ່າງງ່າຍດາຍ.


👉 ເບກກິ້ງໂຊດາ
ນອກຈາກເບກກິ້ງໂຊດາຈະມີຄຸນສົມບັດຢ່າງຫຼວງຫຼາຍ ບໍ່ວ່າຈະເປັນສ່ວນປະກອບຂອງຂະໝົມຫວານ ການດັບກິ່ນໃນຕູ້ເຢັນ ຮັກສາຄວາມສະອາດແຂ້ວ ແລະ ອື່ນໆແລ້ວ. ນອກຈາກນີ້, ມັນຍັງຊ່ວຍກຳຈັດຮອຍຂີ້ນົກອອກຈາກລົດໄດ້ອີກດ້ວຍ.

👉 ນ້ຳມັນອະເນກປະສົມ
ນ້ຳມັນອະເນກປະສົມມີຄຸນນະສົມບັດຮັກສາຄວາມສະອາດ, ຫຼໍ່ລື້ນ ແລະ ການປ້ອງກັນການເກີດຂີ້ໜ້ຽງເຊັ່ນ: WD-40, Sonax, ເຊິ່ງຫຼາຍໆບ້ານມີໃຊ້ກັນທົ່ວໄປນັ້ນສາມາດໃຊ້ທໍາຄວາມສະອາດຂີ້ນົກ ໂດຍສະເພາະໃນເວລາທີ່ມັນແຫ້ງ.


👉 ໃຊ້ບໍລິການລ້າງລົດແບບມືອາຊີບ
ກໍລະນີເກີດເຫດສຸດວິໃສທີ່ສຸດ ຖ້າມີນົກມາວາງລະເບີດໃສ່ລົດຂອງທ່ານຊຸດໃຫຍ່ຈົນທ່ານບໍ່ສາມາດຮັກສາຄວາມສະອາດດ້ວຍຕົວເອງໄດ້ ທ່ານຄວນເລືອກໃຊ້ບໍລິການຮ້ານຮັກສາຄວາມສະອາດລົດແບບມືອາຊີບ ຈະເປັນທາງອອກທີ່ດີທີ່ສຸດ.