ວິທີເບິ່ງແຍງຢາງລົດຂອງທ່ານໃນລະດູຮ້ອນ

ໃນລະດູຮ້ອນນີ້ທ່ານດູແລຢາງລົດຂອງທ່ານແນວໃດ?

ໃກ້ຮອດເດືອນເມສາແລ້ວເວົ້າໄດ້ວ່າ ສະພາບອາກາດໃນປະເທດລາວແມ່ນຮ້ອນຫຼາຍທີ່ສຸດໃນປັດຈຸບັນ. ອາກາດຮ້ອນແບບນີ້ ມີຜົນເຮັດໃຫ້ຄວາມດັນພາຍໃນຢາງລົດເພີ່ມຂື້ນ ເມື່ອສຽດສີກັບເສັ້ນທາງ ໂດຍສະເພາະຢາງລົດເກົ່າ ຈະເຮັດໃຫ້ຢາງລົດເຄັ່ງ ເຊິ່ງຈະສົ່ງຜົນໃຫ້ຢາງລົດແຕກ ແລ້ວແບບນີ້ຈະມີວິທີການດູແລຢາງລົດແນວໃດ ເພື່ອບໍ່ເຮັດໃຫ້ເສື່ອມສະພາບ,  N’bunny KX ມີຄຳຕອບມາຝາກທ່ານ.

 

  1. ຄວນກວດກາສະພາບຂອງຢາງລົດຢູ່ສະເໝີ ໂດຍຕາມກຳນົດແລ້ວ ພວກເຮົາຄວນປ່ຽນຢາງລົດທຸກໆ 2 ປີ.
  2. ຫລີກລ້ຽງການຈອດລົດໃນພື້ນທີ່ຮ້ອນຫຼາຍ ເຊັ່ນ: ທາງຄອນກີດເປັນເວລາດົນ ຄວນຊອກຫາບ່ອນຈອດລົດທີ່ມີຫຼັງຄາ ຫລື ບ່ອນທີ່ມີຮົ່ມຕົ້ນໄມ້ທີ່ແຂງແຮງຖ້າຫາກຕ້ອງຈອດລົດເປັນເວລາດົນ.
  3. ຖ້າທ່ານຕ້ອງຂັບລົດໄລຍະທາງໄກ ຫຼືໃຊ້ເວລາດົນ ຄວນມີການຢຸດພັກລົດ ເພື່ອໃຫ້ຢາງລົດຄາຍຄວາມຮ້ອນລົງ.
  4. ຫລີກລ້ຽງເສັ້ນທາງທີ່ມີສະພາບບໍ່ດີ, ເປັນຫລຸມເປັນໂນນ ແລະ ຄວນຫຼຸດຜ່ອນຄວາມໄວໃນການຂັບຂີ່.
  5. ບໍ່ຄວນບັນຈຸເຄື່ອງທີ່ນ້ຳໜັກຫຼາຍເກີນໄປ.
  6. ໃຊ້ຄວາມໄວລົດໃຫ້ເໝາະສົມ ແລະ ບໍ່ຄວນຢຽບເບກລົດຢ່າງກະທັນຫັນ ຫຼື ການອອກລົດໄປດ້ວຍຄວາມແຮງ.
  7. ການໃຊ້ຢາງລົດຢ່າງໜັກ ຫຼື ການຂັບຂີ່ທີ່ບໍ່ຖືກວິທີຈົນເຮັດໃຫ້ຢາງລົດເກີດຄວາມເຄັ້ນດັນ ແລະ ຄວາມດັນສູງເຮັດໃຫ້ຢາງລົດໃຫຍ່ແຕກລາຍໄດ້

ສະນັ້ນ, ພວກເຮົາຄວນກວດກາສະພາບຂອງຢາງລົດໃຫຍ່ເພື່ອກຽມພ້ອມທີ່ຈະນຳໃຊ້, ໂດຍສະເພາະໃນລະດູຮ້ອນແບບນີ້ ເພື່ອໃຫ້ທ່ານສາມາດຂັບຂີ່ໄດ້ຢ່າງປອດໄພ ແລະ ສາມາດນໍາໃຊ້ລົດໄດ້ດົນ ເພີ່ມຄວາມອຸ່ນໃຈໃນການນໍາໃຊ້ລົດຂອງທ່ານເຊັ່ນກັນ. ສາມາດເລືອກຊື້ປະກັນໄພລົດກັບບໍລິສັດພວກເຮົາ ໄດ້

ສອບຖາມຂໍ້ມູນເພີ່ມຕື່ມ:
☎️ 021411168-9