ວິທີແກ້ໄຂບັນຫາລົດຄວັນຂາວ

ສາເຫດ ແລະ ວິທີແກ້ໄຂບັນຫາລົດຄວັນຂາວ    

ບັນຫາມົນລະພິດທາງອາກາດແມ່ນສິ່ງທີ່ປະເທດລາວຍັງໄດ້ຮັບຜົນກະທົບຢ່າງຕໍ່ເນື່ອງ. ໂດຍສະເພາະຄົນໃນເມືອງ ເຊິ່ງຈະໄດ້ຮັບຜົນກະທົບຈາກມົນລະພິດຈາກລົດ, ລົດບາງຄັນປ່ອຍຄວັນອາຍເສຍກະຈາຍອອກມາເປັນຈຳນວນຫຼາຍ. ຫຼາຍໆທ່ານອາດຈະສົງໄສວ່າສາເຫດຂອງຄວັນສີຂາວແມ່ນມີສາເຫດເກີດມາຈາກຫຍັງ ແລະ ຖ້າສິ່ງນີ້ເກີດຂື້ນກັບລົດຂອງພວກເຮົາ, ຈະມີວິທີແກ້ໄຂແນວໃດ? ມື້ນີ້ ນ້ອງກະຕ່າຍນ້ອຍKX ມີ ຄຳຕອບໃຫ້ທ່ານ.

ສາເຫດຂອງລົດຄວັນຂາວ

ໂດຍສ່ວນໃຫຍ່ແລ້ວ, ບັນຫາລົດເກີດຄວັນຂາວມີສາເຫດມາຈາກການເຜົາໄໝ້ບໍ່ໝົດຂອງຊິ້ນສ່ວນພາຍໃນທີ່ອາດຈະເກີດຄວາມຫຼຸ້ຍຫ້ຽນ, ເຊິ່ງເຮັດໃຫ້ນ້ຳມັນເຄື່ອງຈັກຫລຸດເຂົ້າໄປໃນຂັ້ນຕອນການເຜົາໄຫມ້, ເຮັດໃຫ້ອຸນຫະພູມການເຜົາໄຫມ້ ເຖິງຈຸດທີ່ການເຜົາໄຫມ້ທີ່ບໍ່ສົມບູນ, ການເຜົາໄຫມ້ບໍ່ໝົດ ແລະ ເມື່ອເຜົາໄຫມ້ແລ້ວ ຄວັນທີ່ອອກມາຈາກທໍ່ອາຍເສຍກະທົບກັບອຸນຫະພູມທີ່ຕໍ່າກວ່າ ບວກກັບຄວາມຊຸ່ມ ເຮັດໃຫ້ມັນກາຍເປັນຄວັນຂາວຈາກທໍ່ອາຍເສຍ ບໍ່ວ່າຈະໃຊ້ນໍ້າມັນເຊື້ອໄຟ ຫລື ອາຍແກັດ ມັນກໍ່ເກີດຈາກບັນຫາເຄື່ອງຈັກມີບັນຫາ ແລະ ຫົວທຽນລູກສູບຫຼົມ.

ວິທີການແກ້ໄຂບັນຫາລົດຄວັນຂາວ

  1. ກວດສອບແຫວນລູກສຸບຢາງຕີນວາວວ່າຍັງຄົງແໜ້ນ ແລະ ຢູ່ໃນສະພາບປົກກະຕິ ຫຼື ຊືມຫົ່ວ ຫາກມີອາການຊືມຫົ່ວ, ເຮົາສາມາດປ່ຽນສະເພາະຈຸດນັ້ນໆໄດ້.
  2. ກວດການ້ຳມັນເຄື່ອງຈັກ ຫຼື ໝໍ້ນ້ຳຢູ່ສະເໝີ ເພື່ອກຽມພ້ອມໃນການໃຊ້ງານໃຫ້ມີປະສິດທິພາບເຕັມທີ່ຖ້າຫາກມີຄວາມເສຍຫາຍອາດຈະເຮັດໃຫ້ເຄື່ອງຈັກມີຄວາມຮ້ອນ ແລະ ເຮັດໃຫ້ຫົວລູກສູບຫຼົມໄດ້.
  3. ເປີດຝາສູບຕັ້ງວາວໃໝ່ ຖ້າພົບເຫັນວ່າວາວບໍ່ລຽບຕ້ອງທຳການເຈຍຫົວວາວ ຄືການກຳນົດຈັງຫວະຈູດລະເບີດ.
  4. ປ່ຽນໄສ້ກອງອາກາດໃໝ່.
  5. ລ້າງທໍ່ອາຍເສຍໂດຍໃຊ້ນ້ຳ ຫຼື ສີດລົມລ້າງ ຂີ້ຂະເໝົ່າ ແລະ ຂີ້ຝຸ່ນພາຍໃນທໍ່ອາຍເສຍ

ເປັນຈັງໃດກໍຕາມ ຖ້າຫາກລົດຂອງທ່ານ ກຳລັງປະສົບບັນຫານີ້, ຢ່າລືມນຳໃຊ້ວິທີການທີ່ ນ້ອງກະຕ່າຍນ້ອຍ KX ນຳມາຝາກໄປນຳໃຊ້ລອງເບິ່ງ ແຕ່ຖ້າໃຜບໍ່ສາມາດເຮັດໄດ້ດ້ວຍຕົນເອງ ຫຼື ບໍ່ໝັ້ນໃຈ ກໍສາມາດນຳເອົາລົດໄປໃຫ້ຊ່າງເພື່ອກວດຫາອາການ ແລະ ເພີ່ມການເບິ່ງແຍງລົດຂອງທ່ານໃນອີກລະດັບອີກດ້ວຍ.