ວິໄສທັດພາລະກິດຂອງບໍລິສັດ

ພາລະກິດທີ່ສຳຄັນ ຂອງບໍລິສັດພວກເຮົາ ກໍ່ຄືການປະສົມປະສານລະຫວ່າງແນວຄວາມຄິດ, ປະສົບການ ແລະ ການສະ ໜອງການບໍລິການທີ່ມີຄຸນະພາບແກ່ລູກຄ້າ. ການບໍລິການຂອງ ພວກເຮົາແມ່ນຖືຄວາມເພິ່ງພໍໃຈຂອງລູກຄ້າ ເປັນສຳຄັນ ໂດຍການປົກປ້ອງຊັບສິນ ແລະ ສຸຂະພາບ ຂອງເຂົາເຈົ້າ. ດ້ວຍທັດສະນະ ແລະ ອຸດົມຄະຕິຂອງບໍລິສັດພວກເຮົາ ຄືດັ່ງກ່າວ, ພວກເຮົາຈະສືບຕໍ່ສ້າງ ຄວາມໝັ້ນໃຈວ່າ ພວກເຮົາຈະດຳເນີນທຸລະກິດຢ່າງມີປະສິດທິພາບ ດ້ວຍຍຸດທະສາດ ທີ່ວ່າ ຄວາມເພິ່ງພໍໃຈຂອງທ່ານຄື ທຸລະກິດ ຂອງພວກເຮົາ.