ຮູ້ກ່ອນເຮັງກ່ອນ!! ໄຫວ້ລົດໃຫ້ເຮັງຮັບກຸດຈີນ

ຊ່ວງນີ້ໃກ້ຈະຮອດ ເທດສະການກຸດຈີນ ກັນແລ້ວ ຫຼາຍຄົນອາດກຳລັງວາງແຜນກຽມຊື້ຂອງກັນຢູ່ແນ່ແລ້ວ ມື້ນີ້ກະຕ່າຍນ້ອຍເຄເອັກເລີຍນຳເຄັດ (ບໍ່) ລັບເສີມຄວາມເຮັງງ່າຍໆ ດ້ວຍການ “ໄຫວ້ລົດ” ແຕ່ວ່າ ເປັນຫຍັງຕ້ອງໄຫວ້ລົດ? ແລ້ວຊ່ວຍໃຫ້ເຮັງໄດ້ແນວໃດ? ມື້ນີ້ມາໄຂຂໍ້ສົ່ງໄສກັນ ໃຜຢາກຮູ້ຕາມກະຕ່າຍນ້ອຍເຄເອັກມາເລີຍຈະ
ເປັນຫຍັງຕ້ອງ “ໄຫວ້ລົດ”

ປະຕິເສດບໍ່ໄດ້ວ່າ ລົດ ເປັນພາຫະນະທີ່ສຳຄັນໃນການເດີນທາງໄປຍັງສະຖານທີ່ຕ່າງໆ ແລະ ການເປັນເຄື່ອງມືສຳຄັນໃນການທຳມາຫາກິນໄປແລ້ວເຊິ່ງເຊື່ອວ່າທຸກຍານພາຫະນະ ຈະມີ “ແມ່ຍ່ານາງ” ເປັນສິ່ງສັກສິດຄຸ້ມຄອງຢູ່ ຄົນທີ່ເດີນທາງເລື້ອຍໆ ຫຼື ໃຊ້ລົດເປັນປະຈຳ ກໍຈະນິຍົມໄຫວ້ແມ່ຍ່ານາງເພື່ອຂໍໃຫ້ທ່ານຄຸ້ມຄອງ ດັງນັ້ນ ຈຶ່ງເຊື່ອວ່າການໄຫວ້ແມ່ຍ່ານາງປະຈຳລົດ ກໍຈະຊ່ວຍໃຫ້ສາມາດເດີນທາງໄດ້ຢ່າງປອດໄພ ບໍ່ວ່າຈະຂັບໄປໄສ ແມ່ຍ່ານາງກໍຈະຄອຍຄຸ້ມຄອງຢູ່ສະເຫມີ

ຂອງໄຫວ້ເສີມເຮັງ

  1. ທູບ 9 ດອກ
  2. ທຽນ 2 ເຫຼັ້ມ
  3. ນ້ຳແດງ 1 ແກ້ວ
  4. ດອກໄມ້ 1 ກຳ (ເອົາຮອຍໄວ້ໜ້າລົດ)
  5. ຂະໜົມຫວານ ຢ່າງເຊັ່ນ ຂະໜົມເຂັ່ງ ຂະໜົມທຽນ ຫຼື ຈະເປັນຖ້ວຍຟູກໍໄດ້ ແລ້ວແຕ່ວ່າໃຜຈະສະດວກແບບໃດ
  6. ໝາກໄມ້ 5 ຢ່າງ

ໝາກໄມ້ທີ່ໃຊ້ໄຫວ້ແມ່ຍ່ານາງ ຖືເປັນເລື່ອງທີ່ສໍາຄັນຫຼາຍ ດັງນັ້ນກະຕ່າຍນ້ອຍເຄເອັກຈະນຳໝາກໄມ້ມົງຄົນ ມາໃຫ້ຮູ້ກັນກ່ອນຈະໄດ້ກຽມຊື້ຂອງໄດ້ຖືກ ໝາກໄມ້ມົງຄົນທີ່ໃຊ້ໄຫວ້ ມີທັ້ງໝົດ 5 ຢ່າງ ດັງນີ້

  1. ໝາກນັດ

ໝາກນັດ ກົງກັບຄຳວ່າ “ອັ້ງໄລ້” ໃນພາສາຈີນ ເຊິ່ງໝາຍເຖິງການເອີ້ນໂຊກລາບ ເງິນທອງ ແລະ ຄວາມເປັນສິຣິມົງຄົນໃຫ້ເຂົ້່າມາຫາຕົນເອງ.

  1. ໝາກມັງກອນ

ເປັນໝາກໄມ້ສີແດງ ເຊິ່ງຄົນຈີນຖືວ່າເປັນສີມົງຄົນ ໃຊ້ແທນຄວາມອຸດົມສົມບູນ ແລະ ຄວາມລໍຳລວຍ ຖ້າຫາກເປັນພັນເນືີ້ອແດງ ກໍຈະແຮງເພິ່ມຄວາມມົງຄົນຂຶ້້ນໄປອີກ ໝາກມັງກອນຈຶ່ງເປັນໝາກໄມ້ທີ່ຄົນຈີນນິຍົມໄຫວ້ໃນທຸກເທດສະການ

  1. ໝາກພິລາ

ເປັນໝາກໄມ້ສີແດງເຊັນດຽວກັນກັບໝາກມັງກອນ ສື່ເຖິງຄວາມແນ້ນແຟ້ນ ຄວາມສາມັກຄີກັນພາຍໃນຄອບຄົວຄືກັນກັບເມັດໝາກພິລາທີ່ອັດແໜ້ນຢູ່ໃນໝາກ

  1. ໝາກພ້າວ

ພາສາສັນຖະກິດອ່ານວ່າ ສີປາລະ ແປວ່າ ໝາກໄມ້ຂອງເທບພະເຈົ້າ ຈຶ່ງຖືເປັນໝາກໄມ້ແຫ່ງຄວາມມົງຄົນ

  1. ກ້ວຍຫອມ

ເປັນສັນຍາລັກແທນການກວັກເອີ້ນໂຊກລາບ ແລະ ຄວາມມົງຄົນຕ່າງໆໃຫ້ເຂົ້າມາຫາຕົນເອງ

ຂັ້ນຕອນ ແລະ ວິທີການໄຫວ້

  1. ໃຫ້ຕັ້ງໂຕະໄຫວ້ໜ້າລົດ ນຳຂອງທີ່ກຽມໄວ້ໄປວາງໃຫ້ຮຽບຮ້ອຍ
  2. ທຳການຈູດທູບຕັ້ງນະໂມ 3 ຈົບ ນຶກເຖິງພຣະພຸດ ພຣະທຳ ພຣະສົງ ແລະ ກ່າວເຖິງ ແມ່ຍ່ານາງໃຫ້ທ່ານມາຮັບຂອງໄຫວ້ ແລະ ຂໍໃຫ້ທ່ານຄຸ້ມຄອງ ເດີນທາງປອດໄພປາສະຈາກອຸບັດຕິເຫດຕ່າງໆ
  3. ຖ້າໃຫ້ທູບໝົດດອກ ແລ້ວຄ່ອຍເອົາຂອງໄຫວ້ມາກິນ ເພື່ອຄວາມເປັນສິຣິມົງຄົນພຽງເທົ່ານີ້ ກໍເປັນອັນສຳເລັດພິທີ

ການໄຫວ້ແມ່ຍ່ານາງ ທີ່ກະນ້ອຍເຄເອັກນຳມາຝາກໃນມື້ນີ້ ຖືເປັນເກັດຄວາມຮູ້ເລັກນ້ອຍທີ່ຊ່ວຍໃຫ້ຂັບຂີ່ໄດ້ຍ່າງອຸ່ນໃຈ ແຕ່ຫາກຂັບຂີ່ດ້ວຍຄວາມປະໝາດ ຕໍ່ໃຫ້ສັກສິດສຳໃດກໍອາດຊ່ວຍບໍ່ໄດ້ຢູ່ດີ ທາງທີ່ດີຄວນຂັບຂີ່ຢ່າງລະມັດລະວັງ ແລະ ມີສະຕີ ຄວບຄູ່ການມີປະກັນໄພລົດ ບໍ່ວ່າຈະຂັບຂີ່ເຂົາ ລົງຫ້ວຍ ກໍສະບາຍໃຈຫາຍຫ່ວງ ຫາກໃຜສົນໃຈ ຫຼື ມີຂໍ້ສົງໄສກ່ຽວກັບປະກັນໄພ ສາມາດເວົ້າລົມກັບກະຕ່າຍນ້ອຍເຄເອັກໄດ້ 24 ຊົ່ວໂມງ ທີ່…..(ເບີບໍລິສັດ)….. ຫຼື ທາງ ….ເວັບບໍລິສັດຫຼືເຟສ…..ສຸດທ້າຍນີ້ກະຕ່າຍນ້ອຍເຄເອັກຂໍໃຫ້ “ຊິງເຈີຍຢູ່ອີ່ ຊິງນີ້ຫວດໄຊ້” ກັນເດີທຸກຄົນ